ນຳໃຊ້ກາລະໂອກາດຈາກການເຊື່ອມໂຍງເພື່ອພັດທະນາວິສາຫະກິດ

ນຳໃຊ້ກາລະໂອກາດຈາກການເຊື່ອມໂຍງເພື່ອພັດທະນາວິສາຫະກິດ - ảnh 1
ທ່ານ ຮ​່​ວາງກວາງ​ຟ່ອງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພາບ: dddn.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 3/6, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ​ສົມ​ທົບ​ກັບ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຈັດ​ຕັ້ງ ກອງ​ປະ​ຊຸມ​ດ້ວຍ​ຫົວ​ຂໍ້​ວ່າ “ບັນ​ດາ​ສັນ​ຍາ​ການ​ຄ້າ​ແບບ​ໃໝ່ ແລະ ການ​ກະ​ທຳ​ຂອງ​ໄວ​ໜຸ່ມ​ກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ, ທ່ານ ຮ່​ວາງກວາງ​ຟ່ອງ, ຮອງ​ປະ​ທານ​ຫ້ອງ​ການ​ກາ​ນ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຖື​ວ່າ: ເມື່ອ​ປະ​ຕິ​ບັດ​ບັນ​ດາ FTA ແບບ​ໃໝ່, ລະ​ດັບ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ຈະ​ເລິກ​ເຊິ່ງ, ກ້​ວາງ​ຂ​ວາງ​ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ບໍ​ລິ​ການ, ການ​ລົງ​ທຶນ​ກ່​ວາ​ອີກ. ພ້ອມ​​ກັນ​ນັ້ນ​ກໍ່​ຮຽກ​ຮ້ອງ​ໃຫ້ ຫວຽດ​ນາມ ມີ​ຄຳ​ໝັ້ນ​ສັນ​ຍາ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ຄື: ແຮງ​ງານ, ສິ່ງ​ແວດ​ລ້ອມ, ການ​ຄ້າ​ເອ​ເລັກ​ໂຕ​ນິກ… ເພື່ອ​ເຊື່ອມ​ໂຍງ​ສຳ​ເລັດ​ຜົນ, ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ປະ​ຕິ​ບັດ​ວິ​ວັດ​ທະ​ນາ​ການ​ສ້າງ​ໂຄງ​ປະ​ກອບ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ຄືນ​ໃໝ່. ທ່ານ ຮ​່​ວາງກວາງ​ຟ່ອງ, ເນັ້ນ​ໜັກ​ວ່າ:

        “ເພື່ອ​ເຊື່ອມ​ໂຍງວິ​ສາ​ຫະ​ກິດ​ພວ​ກ​ເຮົາ​ຕ້ອງ​ມີ​ຄວາມ​ຕັ​ດ​ສິນ​ໃຈ​ສູງ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄືນ​ໃໝ່, ເອົາ​ໃຈ​ໃສ່​ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດ​ດຳ​ເນີນ​ທຸ​ລະ​ກິດຫຼັກ​ແຫຼ່ງ. ສ້າງ​ໂຄງ​ປະ​ກອບ​ກ່ຽວ​ກັບ​ທຶນ​ຮອນ, ແຮງ​ງານ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລຢ​ີ, ກຳ​ລັງ​​ການ​ຄຸ້ມ​ຄອງ​ນັບ​ທັງ​​ກາ​ນ​ຄຸ້ມ​ຄອງຄວາມ​ສ່ຽງ. ດັ່ງ​ນັ້ນ​ກຸ່ມ​ບັນ​ດາ​ວິ​ສາ​ຫະ​ກິດ​ສູນ​ກາງ​ຕ້ອງ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່​ຢ່າງ​​ຂ້ຽວຂາດ​ກ່​ວາ​ເພື່ອ​ມີ​ເງື່ອນ​ໄຂ​​ປະ​ຕິ​ບັດ​ເມື່ອ​ມີ​ບັນ​ດາ​ກາ​ລະ​ໂອ​ກາດ​ໂດຍ​ບັນ​ດາ​ສັນ​ຍາ​ນຳ​ມາ​ໃຫ້.”


ຂ່າວ/ບົດ​ອື່ນ