ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ

(VOVWORLD) - ວັນທີ 29 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ເຮັດວຽກຕາມຄະນະກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIII.
ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກັບບັນດາຜູ້ແທນ (ພາບ: TTXVN)

     ໃນຕອນເຊົ້າ, ບັນດາຜູ້ແທນໄດ້ຄົ້ນຄວ້າເອກະສານ ແລະ ປຶກສາຫາລືກ່ຽວກັບບຸກຄະລາກອນ ຄາດວ່າຈະໄດ້ຮັບການແນະນຳເຂົ້າເປັນສະມາຊິກຄະນະບໍລິຫານງານສູນກາງພັກຊຸດທີ XIII.

     ໃນຕອນບ່າຍ, ຄະນະປະທານໄດ້ປະກາດສັງລວມບັນຊີລາຍຊື່ຜູ້ສະໝັກ, ຜູ້ໄດ້ຮັບການສະເໜີ (ເພີ່ມເຕີມ) ເຂົ້າເປັນສະມາຊິກຄະນະບໍລິຫານງານສູນກາງພັກ ໃຫ້ບັນດາຄະນະ.

     ເມື່ອແລກປ່ຽນກັບສື່ມວນຊົນ, ຜູ້ແທນຫລາຍທ່ານໄດ້ຕີລາຄາວ່າ ຂໍ້ມູນຂ່າວກ່ຽວກັບບຸກຄະລາກອນ ເຊິ່ງໄດ້ສະໜອງຢ່າງຄົບຖ້ວນ, ມີຄວາມຮັບຜິດຊອບ. ນີ້ຈະແມ່ນພື້ນຖານ ເພື່ອໃຫ້ຜູ້ແທນແຕ່ລະຄົນຍົກອອກການເລືອກເຟັ້ນຂອງຕົນ ເພື່ອເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດໃໝ່, ຮັບປະກັນມາດຕະຖານ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທ່ານ ຫຼືງອັກບີ່ງ, ຄະນະຜູ້ແທນແຂວງ ກ໋ວາງຫງາຍ ໃຫ້ຮູ້ວ່າ:

     “ຄະນະບໍລິການງານສູນກາງພັກ ໄດ້ກະກຽມວຽກງານບຸກຄະລາກອນຢ່າງລອບຄອບຖີ່ຖ້ວນ, ມີແບບມີແຜນວິທະຍາ. ຂໍ້ມູນຂ່າວກ່ຽວກັບບຸກຄະລາກອນໄດ້ສະໜອງໃຫ້ຜູ້ແທນຢ່າງຄົບຖ້ວນ ເພື່ອໃຫ້ຜູ້ແທນຮັບຂໍ້ມູນ, ຕີລາຄາ ແລະ ເລືອກຕັ້ງຜູ້ທີ່ດີເດັ່ນທີ່ສຸດ ເພື່ອນຳພາປະເທດຊາດໃນໄລຍະໃໝ່.

     ທ່ານ ລໍມິງຮຸ່ງ, ຄະນະຜູ້ແທນແຂວງ ເຊີນລາ ໃຫ້ຮູ້ວ່າ:

     “ບັນຊີລາຍຊື່ຜູ້ທີ່ໄດ້ຮັບການສະເໜີເຂົ້າເປັນສະມາຊິກຄະນະບໍລິຫານງານສູນກາງພັກຊຸດນີ້ ຂ້າພະເຈົ້າເຫັນວ່າ ລ້ວນແຕ່ແມ່ນຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ມີປະສົບການເພື່ອສາມາດຮັບບົດບາດເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ