ບົດ​ລາຍ​ງານ MDR - ການ​ຄົ້ນ​ຄວ້າ​ທີ່​ເປັນ​ປະ​ໂຫຍດ​ໃຫ​້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຂອງ ຫວຽດ​ນາມ

(VOVWORLD) -ບົດລາຍງານ MDR ຂອງ ຫວຽດນາມ ແມ່ນຂໍ້ລິເລີ່ມຂອງ OECD ດ້ວຍເປົ້າໝາຍກຳນົດບັນດາຂໍ້ຈຳກັດໃນການພັດທະນາຢູ່ ຫວຽດນາມ ແລະ ບັນດາຂົງເຂດບຸລິມະສິດເຄື່ອນໄຫວ.
ບົດ​ລາຍ​ງານ MDR - ການ​ຄົ້ນ​ຄວ້າ​ທີ່​ເປັນ​ປະ​ໂຫຍດ​ໃຫ​້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຂອງ ຫວຽດ​ນາມ - ảnh 1ພິທີປະກາດ ບົດລາຍງານຕີລາຄາຫຼາຍທາງ (MDR) ຂອງ ຫວຽດນາມ  (ພາບ: baoquocte.vn)

ກ່າວຄຳເຫັນທີ່ພິທີປະກາດ ບົດລາຍງານຕີລາຄາຫຼາຍທາງ (MDR) ຂອງ ຫວຽດນາມ ໂດຍກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ ແລະ ອົງການຮ່ວມມື ແລະ ພັດທະນາ ເສດຖະກິດ (OECD) ໄດ້ສົມທົບກັນຈັດຕັ້ງໃນຕອນບ່າຍວັນທີ 8 ທັນວາ ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ໄດ້ເນັ້ນໜັກວ່າ: ບົດລາຍງານ MDR ຂອງ ຫວຽດນາມ ແມ່ນຂໍ້ລິເລີ່ມຂອງ OECD ດ້ວຍເປົ້າໝາຍກຳນົດບັນດາຂໍ້ຈຳກັດໃນການພັດທະນາຢູ່ ຫວຽດນາມ ແລະ ບັນດາຂົງເຂດບຸລິມະສິດເຄື່ອນໄຫວ ເພື່ອເຊື່ອມຕໍ່ກຳລັງຄວາມສາມາດແກ້ງແຍ້ງເສດຖະກິດກັບບັນດາເປົ້າໝາຍສັງຄົມ ແລະ ສະຫວັດດີການສັງຄົມ; ສະໜອງຄວາມຮູ້ດ້ານວິຊາສະເພາະຂອງ OCED ໃຫ້ແກ່ ຫວຽດນາມ ໃນບັນດາຂົງເຂດຈຸດສຸມ ເຊິ່ງມີຄວາມສຳຄັນ ແລະ ຈຳເປັນທີ່ສຸດສຳລັບ ຫວຽດນາມ, ສົມທົບການໄຈ້ແຍກໃສ່ ກັບ ວິໄສທັດທີ່ມີລັກສະນະຍຸດທະສາດ ເພື່ອເຮັດໃຫ້ບັນດານະໂຍບາຍຮັບມືກັບສະພາບການທີ່ພວມມີການປ່ຽນແປງໃນປັດຈຸບັນ ແລະ ຄາດຄະເນການພັດທະນາໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ