ບັນດາການປະທະກັນຢູ່ ອີຍີບ ມີການຜັນແປຢ່າງສັບສົນ

ບັນດາການປະທະກັນຢູ່ ອີຍີບ ມີການຜັນແປຢ່າງສັບສົນ - ảnh 1
( ຕຳຫຼວດໃຊ້ແກັດ​ນ້ຳຕາ​ເພື່ອ​ສະຫຼາຍ​ການ​ປະ​ທ້ວງ )
( vov world )  ທີ່​ປະ​ເທດ ອີ​ຍີບ​ ບັນ​ດາ​ການປະທະ​ກັນລະຫວ່າງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຜູ່​ແຫ່​ຂະ​ບວມ​ປະ​ທ້ວງຢູ່​ໃກ້​ກັບ​ກະຊວງ​ພາຍ​ໃນ​ນະຄອນຫຼວງ ກາຍ​ໂຣ ​​ກ້າວ​ໄປສູ່​ມື້​ທີ 4 ຢ່າງ​ລຽນຕິດ. ​ເພື່ອ​ປາບ​ປາມ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ດຶກ​ຫີນ​​ໃສ່​ເຈົ້າ​ໜ້າ​ທີ່, ​ຕຳຫຼວດ​ຕ້ານ​ການ​ຈາລາຈົນຕ້ອງ​ໃຊ້​ທໍ່ສີດນ້ຳ​ດັບ​ເພິ​ງ ແລະ ​ແກັດ​ນ້ຳຕາ​ເພື່ອ​ສະຫຼາຍ​ການ​ປະ​ທ້ວງ. ສານ​ສື່ມວນ​ຊົນ ອີ​ຍີບ​ ໃຫ້​ຂ່າວ​ວ່າ, ວັນ​ທີ 5 ກຸມ​ພາ ຕຶກ​ຫຼັງໜື່ງຂອງ​ກົມ​ພາສີ​ຖືກ​ວາງ​ເພີງ. ໃນ​ສະພາບ​ທີ່​ຜູ້ແຫ່ຂະ​ບວນປະ​ທ້ວງສືບ​ຕໍ່​ຮຽກ​ຮ້ອງ​ໃຫ້​ອຳນາ​ດການ​ປົກຄອງ​ການ​ທະຫານ​ປະ​ເທດ​ນີ້​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​​ເວລາກຳນົດ ​ແລະ ມອບ​ສິດ​ອຳນາດ​ໃຫ້​ອຳນາດ​ການ​ປົກຄອງ​ພົນລະ​ເຮືອນ​ໂດຍ​ໄວ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນ​ຕີ​ກະຊວງ​ພາຍ​ໃນ ອີ​ຍີບ Mohamet Ibrahim ​​ຢືນຢັນວ່າ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງປະ​ເທດ​ນີ້​ສາມາດ​​ແກ້​ໄຂ​ສະພາບ​ການ​ແຕ່​ຍັງ​ປົກ​ປັກ​ຮັກສາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້. ມາຮອດປະຈຸ​ບັນ, ສະພາ​ບັນດາ​ກຳລັງ​ປະກອບ​ອາວຸດ​ສູງ​ສຸດ​ຂອງ ອີ​ຍີບ ຢັງ​ກ່າວ​ຫາ​ວ່າ ບັນດາ​ກຳລັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ພວມ​ຢືນ​ຢູ່​ເບື້ອງ​ຫຼັງ​​​ບັນດາ​ການລູກ​ຮື້​ຂື້ນຢູ່​ປະ​ເທດ​ນີ້.
ຂ່າວ/ບົດ​ອື່ນ