ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ງານ​ບຸນ​ອອກ​ແບບ​ປະ​ດິດ​ຄິດ​ສ້າງ ຮ່າ​ໂນ້ຍ ປີ 2023

(VOVWORLD) - ຕອນຄ່ຳວັນທີ 19 ພະຈິກ, ຢູ່ສູນວັດທະນະທຳສິລະປະ ຕັ້ງຢູ່ເຮືອນເລກທີ 22 ຖະໜົນຮ່າງບ່ວມ, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ, ຄະນະຄຸ້ມຄອງໜອງ ຮວ່ານກຽມ ແລະ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໄດ້ຈັດພິທີໄຂບັນດາກິດຈະກຳຂອງງານບຸນອອກແບບປະດິດຄິດສ້າງຮ່າໂນ້ຍ ປີ 2023.
ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ງານ​ບຸນ​ອອກ​ແບບ​ປະ​ດິດ​ຄິດ​ສ້າງ ຮ່າ​ໂນ້ຍ ປີ 2023 - ảnh 1ການປະກວດແຟຊັນ (ພາບ: TTXVN)

ນີ້ແມ່ນປີທີ 3 ຢ່າງລຽນຕິດ, ເມືອງ ຮວ່ານກຽມ ເຂົ້າຮ່ວມງານບຸນອອກແບບປະດິດຄິດສ້າງ ໂດຍນະຄອນ ຮ່າໂນ້ຍ ຈັດຂຶ້ນ ເພື່ອປະຕິບັດບັນດາຄຳໝັ້ນສັນຍາຂອງນະຄອນ ຮ່າໂນ້ຍ ໃນຕາໜ່າງບັນດານະຄອນປະດິດຄິດສ້າງຂອງອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ສປຊ (UNESCO). ບັນດາການເຄື່ອນໄຫວຕອບສະໜອງງານບຸນໃນບໍລິເວນເມືອງ ຮວ່ານກຽມ ແມ່ນຫຼາຍຮູບຫຼາຍແບບ, ເຊັ່ນ: ມີເຂດວາງສະແດງ ພ້ອມດ້ວຍບັນດາລາຍການສິລະປະ, ແນະນຳພາບ ຈຸກຈີ, ສິລະປະພາບສີຂັດມັນ, ການປະກວດແຟຊັນ, ການສະແດງດົນຕີພື້ນເມືອງ ແລະ ທັນສະໄໝ…

        ເມືອງຮວ່ານກຽມ ຕິດພັນກັບປະຫວັດສາດ, ມູນເຊື້ອວັດທະນະທຳ ທັງລອງ - ຮ່າໂນ້ຍ ດ້ວຍມໍລະດົກ 190 ຢ່າງ, ໃນນັ້ນ ມີບັນດາກິດຈະກຳສະຖາປັດຕະຍາກຳວັດທະນະທຳທີ່ມີຄຸນຄ່າພົ້ນເດັ່ນ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນມໍລະດົກວັດທະນະທຳ ຫວຽດນາມ (23/11/2005 - 23/11/2023), ຄະນະຄຸ້ມຄອງໜອງຮວ່ານກຽມ ແລະ ຖະໜົນເກົ່າ ຮ່າໂນ້ຍ ໄດ້ສົມທົບກັບບັນດາຫົວໜ່ວຍ ແລະ ສ່ວນບຸກຄົນຈັດການເຄື່ອນໄຫວວັດທະນະທຳ ດ້ວຍຫຼາຍເຫດການ ນັບແຕ່ວັນທີ 18 ພະຈິກ ຫາວັນທີ 17 ທັນວາ 2023.

ຕອບກັບ

ຂ່າວ/ບົດ​ອື່ນ