ບັນດາການເຄື່ອນໄຫວຕອບສະໜອງເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ປ້ອງກັນ, ຮັບມືກັບການໃຊ້ຄວາມຮຸນແຮງທາງເພດປີ 2023

(VOVWORLD) - ເພື່ອຕອບສະໜອງເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການໃຊ້ຄວາມຮຸນແຮງທາງເພດປີນີ້, ສະຫະພັນແມ່ຍິງທຸກຂັ້ນໄດ້ຕັ້ງໜ້າຜັນຂະຫຍາຍກິດຈະກຳຕ່າງໆ. 

ບັນດາການເຄື່ອນໄຫວຕອບສະໜອງເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ປ້ອງກັນ, ຮັບມືກັບການໃຊ້ຄວາມຮຸນແຮງທາງເພດປີ 2023 - ảnh 1ເຫດການເຜີຍແຜ່ການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການໃຊ້ຄວາມຮຸນແຮງບົນພື້ນຖານເພດດ້ວຍຫົວຂໍ້ “ພ້ອມກັນຮ່ວມແຮງຮ່ວມໃຈ, ພ້ອມກັນປ່ຽນແປງ” (ພາບ: VOV)

ວັນທີ 25 ພະຈິກ, ຢູ່ສວນສາທາລະນະທົງເຍິດ, ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດເຫດການເຜີຍແຜ່ການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການໃຊ້ຄວາມຮຸນແຮງບົນພື້ນຖານເພດດ້ວຍຫົວຂໍ້ “ພ້ອມກັນຮ່ວມແຮງຮ່ວມໃຈ, ພ້ອມກັນປ່ຽນແປງ”. ນີ້ແມ່ນເຫດການນອນໃນລະບົບການເຄື່ອນໄຫວຕອບສະໜອງການກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ປ້ອງກັນ, ສະກັດກັ້ນ, ຮັບມືກັບການໃຊ້ຄວາມຮຸນແຮງທາງເພດປີ 2023, ແຕ່ວັນທີ 15 ພະຈິກ ຫາວັນທີ 15 ທັນວາ.

ກ່າວຄໍາເຫັນນະທີ່ນີ້, ທ່ານນາງ ຮ່າທິງາ, ປະທານສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອຕອບສະໜອງເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການໃຊ້ຄວາມຮຸນແຮງທາງເພດປີນີ້, ສະຫະພັນແມ່ຍິງທຸກຂັ້ນໄດ້ຕັ້ງໜ້າຜັນຂະຫຍາຍກິດຈະກຳຕ່າງໆ. ທ່ານນາງ ກໍໄດ້ຮຽກຮ້ອງວ່າ:
“ຂ້າພະເຈົ້າຮຽກຮ້ອງໃຫ້ແມ່ຍິງໃນທົ່ວປະເທດ ກໍຄືຜູ້ແທນທັງຫຼາຍ ຈົ່ງແຈ້ງໃຫ້ຊາບເວລາຖືກໃຊ້ຄວາມຮຸນແຮງ ຫຼື ພົບເຫັນປະກົດການໃຊ້ຄວາມຮຸນແຮງ; ສະແດງຄວາມເຄົາລົບສຳລັບທຸກເພດ, ພິເສດແມ່ນສຳລັບແມ່ຍິງ, ເດັກຍິງ; ລົບລ້າງບັນດາອະຄະຕິ, ແນວຄວາມຄິດສຳລັບຄວາມຮັບຜິດຊອບ, ພັນທະຂອງແມ່ຍິງ. ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ສຳນັກງານ, ອົງການລົງທຶນແຫຼ່ງກຳລັງ, ພ້ອມກັນຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນ, ຮັບມືກັບການໃຊ້ຄວາມຮຸນແຮງທາງເພດ, ຕັດສິນໃຈລົບລ້າງສະພາບໃຊ້ຄວາມຮຸນແຮງ, ການທຳຮ້າຍແມ່ຍິງ ແລະ ເດັກ”.
ກໍໃນວັນທີ 25 ພະຈິກ, ຢູ່ຖະໜົນຍ່າງ ແບກດັ່ງ, ນະຄອນ ຫາຍເຢືອງ, ໄດ້ດຳເນີນເຫດການເຜີຍແຜ່: “ອົບພະຍົບປອດໄພ, ໜູນຊ່ວຍແມ່ຍິງອົບພະຍົບກັບເມືອປະເທດ”.
ໂດຍຕອບສະໜອງບັ້ນເຄື່ອນໄຫວ UNiTE ຂອງສປຊ, ກອງທຶນເພື່ອຂອບຂະໜາດ ຫວຽດນາມ ພ້ອມກັບກຸ່ມບໍລິສັດ TH, ທະນາຄານ ອາຊີ ແລະ ອົງການ ສປຊ ເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ຍິງ (UN Women) ໄດ້ຜັນຂະຫຍາຍບັ້ນເຄື່ອນໄຫວຂາຍເຄື່ອງເພື່ອສ້າງມູນນິທິ ແນໃສ່ປົວແປງວິທີລ້ຽງຊີບໃຫ້ແກ່ແມ່ຍິງທີ່ເປັນຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທາງເພດ.

ຕອບກັບ

ຂ່າວ/ບົດ​ອື່ນ