ບັນດາການເຄື່ອນໄຫວລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ໃນບັນຍາກາດທົ່ວປະເທດມຸ່ງໄປສູ່ການລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ(27/7/1947 – 27/7/2017), ຕອນຄ່ຳວັນທີ 15/7, ຢູ່ເຂດສຸສານຫວຽດ-ລາວ, ເມືອງແອງເຊີນ, ແຂວງເງະອານ, ໄດ້ດຳເນີນພິທີໄຕ້ທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ-ລາວ
ບັນດາການເຄື່ອນໄຫວລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວຖະຫວາຍທູບທຽນບູຊາອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ 

ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ພ້ອມດ້ວຍຄະນະໄດ້ໄປຖະຫວາຍທູບທຽນບູຊາອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ຢືນຢັນວ່າ 

   “ ເຫື່ອແຮງ ແລະ ເລືອດເນື້ອຂອງບັນດານັກຮົບ ແລະ ຜູ້ຊ່ຽວຊານຫວຽດນາມໄດ້ເຈືອຈານພ້ອມກັບ ເຫື່ອແຮງ, ເລືອດເນື້ອຂອງບັນດານັກຮົບ ແລະ ປະຊາຊົນລາວ, ກາຍເປັນເທບນິຍາຍຂອງປະຊາຊົນ 2 ປະເທດ, ເປັນສັນຍາລັກອັນສູງສົ່ງ, ໃສແຈ້ງກ່ຽວກັບນ້ຳໃຈສາມັກຄີແບບພິເສດ, ສຳພັນທະມິດສູ້ຮົບຫວຽດນາມ-ລາວ, ລາວ-ຫວຽດນາມໃນປະຫວັດສາດແຫ່ງການພົວພັນລະຫວ່າງບັນດາປະຊາຊາດໃນໂລກ. ນ້ຳໃຈສາມັກຄີແບບພິເສດຫວຽດນາມ-ລາວໄດ້ກາຍເປັນຊັບສົມບັດອັນລ້ຳຄ່າຂອງ 2 ຊາດ, ຄືດັ່ງຄຳກອນຂອງທ່ານປະທານໂຮ່ຈິມິນທີ່ວ່າ : 2 ຊາດລາວ-ຫວຽດໄດ້  ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງ ກໍບໍ່ເລິກປູ່ນປານໄດ້ ”

    ສ່ວນທ່ານເລຂາຄະນະພັກແຂວງໆເງະອານ ຫງວຽນດັກວິງ ຊີ້ແຈ້ງວ່າ: 

 “ ລາຍການໄຕ້ທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ-ລາວຢູ່ເຂດສຸສານສາກົນຫວຽດນາມ-ລາວ ແມ່ນນ້ຳໃຈຂອງຄົນລຸ່ນປະຈຸບັນ ທີ່ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ລຸ່ນພໍ່ລຸ່ນອ້າຍທີ່ໄດ້ ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ. ລາຍການຢາກຕັກເຕືອນຄົນລຸ່ນປະຈຸບັນ ແລະ ຄົນລຸ່ນຫຼັງຕ້ອງມີຊີວິດ, ຮ່ຳຮຽນ, ອຸທິດສ່ວນໃຫ້ແກ່ປະເທດຊາດ, ສົມກັບ ລຸ່ນພໍ່ລຸ່ນອ້າຍ ແລະ ຕ້ອງເພີ່ມພຸນຄູນສ້າງນ້ຳໃຈມິດຕະພາບ, ສັດຊື່ບໍລິສຸດຂອງ 2 ຊາດເພື່ອສືບທອດໃຫ້ລຸ່ນຄົນຕໍ່ໆໄປໃນອະນາຄົດ ”

     ແລະ ກໍໃນຕອນຄ່ຳວັນທີ 15 ກໍລະກົດ, ຢູ່ເຂດສຸສານສາກົນຫວຽດນາມ-ລາວ ທີ່ເມືອງ ແອງເຊີນ, ແຂວງເງະອານ ຈະດຳເນີນ ລາຍການເພງສັນລະເສີນນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ-ລາວ.

     ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 15 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ໄດ້ໄປຖະຫວາຍທູບທຽນບູຊາຢູ່ເຂດປູຊະນີຍະສະຖານປະຫວັດສາດ 3 ແຍກດົງໂລກ. ໃນວັນດຽວກັນ,  ບັນດາການເຄື່ອນໄຫວລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ກໍໄດ້ຖືກຈັດຂຶ້ນຢູ່ແຂວງບັກຢາງ, ຢາລາຍ, ນະຄອນດານັ້ງ…

    ໃນຕອນເຊົ້າວັນທີ 15/7, ຢູ່ຕາແສງ ກາມຫາຍດົງ, ເມືອງກາມເລີມ, ສະຫະພັນໃຫຍ່ແຮງງານຫວຽດນາມກໍໄດ້ຈັດພິທີລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ເປີດສະຫຼອງເຂດອາໄລຫານັກຮົບ ກາກມາ.    ແລະ ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາແມ່ຫວຽດນາມວິລະຊົນ ແລະ ທະຫານເສຍອົງຄະຢູ່ສູນປິ່ນປົວ ເບິ່ງແຍງດູແລ ທະຫານເສຍອົງຄະ ຖ້ວນແທ່ງ, ແຂວງບັກນິງ.

    ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 14 ກໍລະກົດ, ຢູ່ເຂດປູຊະນີຍະສະຖານພິເສດແຫ່ງຊາດ ກຳແພງເກົ່າກວາງຈິ, ລາຍການສວດມົນພາວະນາອາໄລຫາບັນດາ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໄດ້ຖືກຈັດຂຶ້ນ ຊຶ່ງມີການເຂົ້າຮ່ວມຂອງ ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ