ບັນດາຂໍ້ສະເໜີລົງໂທດໃໝ່ຂອງ ອາເມລິກາ ແມ່ນ ບໍ່ມີຄວາມໝາຍ

(VOVWORLD) -ລັດເຊຍ ຖືວ່າ ມັນຈະບໍ່ມີຄວາມໝາຍ ເໝືອນດັ່ງບັນດາມາດຕະການລົງໂທດທີ່ ອາເມລິກາ ໄດ້ຈັດວາງກ່ອນໜ້ານັ້ນ

ໃນອາທິດແລ້ວນີ້, ກຸ່ມສະມາຊິກລັດຖະສະພາ ອາເມລິກາ ໄດ້ຍົກອອກຮ່າງກົດໝາຍຮຽກຮ້ອງໃຫ້ຈັດວາງມາດຕະການລົງໂທດໃໝ່ ເພື່ອຕ້ານຄືນ ລັດເຊຍ, ໃນນັ້ນ ໄດ້ສະເໜີໃຫ້ຈໍາກັດການທຸລະກໍາກັບບັນດາພັນທະບັດແຫ່ງຊາດຂອງ ລັດເຊຍ ທີ່ຫາກໍປະກາດໃຊ້ ກໍຄື ນໍາໃຊ້ບັນດາມາດຕະການລົງໂທດສໍາລັບບັນດາໂຄງການອາຍແກັດຂອງ ລັດເຊຍ ຢູ່ຕ່າງປະເທດ ແລະ ທະນາຄານຈໍານວນໜຶ່ງ. ສາເຫດທີ່ໄດ້ວາງອອກບັນດາມາດຕະການລົງໂທດໃໝ່ດັ່ງກ່າວ ໂດຍບັນດານັກສ້າງກົດໝາຍ ອາເມລິກາ ຍົກອອກມານັ້ນ ແມ່ນການຂັດແຍ້ງກັນຢູ່ຊ່ອງແຄບທະເລ Kerch ລະຫວ່າງບັນດາ ກໍ່າປັ່ນຂອງ ລັດເຊຍ ແລະ ຢູແກຼນ ເມື່ອເດືອນ ພະຈິກ 2018.

        ຕໍ່ໜ້າບັນດາມາດຕະການລົງໂທດໃໝ່ດັ່ງກ່າວ, ລັດເຊຍ ຖືວ່າ ມັນຈະບໍ່ມີຄວາມໝາຍ ເໝືອນດັ່ງບັນດາມາດຕະການລົງໂທດທີ່ ອາເມລິກາ ໄດ້ຈັດວາງກ່ອນໜ້ານັ້ນ. ກ່າວຄໍາເຫັນໃນລາຍການ “Moskva.Kremly.Putin ທີ່ໄດ້ອອກອາກາດໃນວັນທີ 17 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ໃຫ້ຮູ້ວ່າ: ຂ້າພະເຈົ້າເວົ້າວ່າ ຍັງບໍ່ຮູ້ແຈ້ງກ່ຽວກັບຈຸດປະສົງຂອງບັນດາມາດຕະການລົງໂທດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ