ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ​ໜູນ​ຊ່ວຍ​ປະ​ຊາ​ຊົ​ນ​ກັບ​ຄືນ​ຈາກ​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ບັນດາທ້ອງຖິ່ນ ພວມຮີບດ່ວນໜູນຊ່ວຍປະຊາຊົນກັບຄືນຈາກນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ຫວຽດນາມ.

ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ​ໜູນ​ຊ່ວຍ​ປະ​ຊາ​ຊົ​ນ​ກັບ​ຄືນ​ຈາກ​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ປະຊາຊົນໄດ້ຮັບການຊ່ວຍເຫຼືອ

ແຂວງກ໋ວາງນາມ ພວມສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອໜູນຊ່ວຍວຽກເຮັດງານທຳ ໃຫ້ແກ່ປະຊາຊົນກັບຄືນຈາກນະຄອນໂຮ່ຈີມິນ ພາຍຫຼັງສິ້ນສຸດໄລຍະແຍກຕົວລວມໝູ່ ແລະ ແຍກຕົວ ຢູ່ສະຖານທີ່ພັກພາອາໄສ ຕາມຂໍ້ກຳນົດ. ທ່ານ ເລຈິ໊ແທງ, ປະທານຄະນະກຳມະການປະຊາຊົນ ແຂວງ ກ໋ວາງນາມໃຫ້ຮູ້ວ່າ:

ຂ້າພະເຈົ້າໄດ້ເຮັດວຽກກັບວິສາຫະກິດນວນໜຶ່ງ ນັບທັງໃນບັນດາໂຮງງານຜະລິດອຸດສາຫະກຳ, ຜະລິດກະສິກຳ, ໃນການຜະລິດບັນດາຜະລິດຕະພັນ OCOP  ແລະ ບັນດາວິສາຫະກິດກໍ່ສ້າງໃນບໍລິເວນ. ເວົ້າລວມແມ່ນ ຈະສ້າງເງື່ອນໄຂທີ່ສຸດ ເພື່ອໃຫ້ພໍ່ແມ່ປະຊາຊົນອາດຈະສຳຜັດກັບວຽກເຮັດງານທຳ ຢ່າງສະດວກທີ່ສຸດ, ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽງໃຈ ຢູ່ແຂວງ ກ໋ວາງນາມ.

ໃນ 3 ວັນທີ່ຜ່ານມາ, ມີຫຼາຍຖ້ຽວບິນໂດຍສານຊາວ ເງະອານ ນັບພັນຄົນ ຈາກນະຄອນ ໂຮ່ຈີມິນ ກັບຄືນບ້ານເກີດ ຫຼີກລ້ຽງໂລກລະບາດໂຄວິດ - 19. ແຂວງເງະອານ ໄດ້ໜູນຊ່ວຍຄ່າໃຊ້ຈ່າຍທັງໝົດຂອງຖ້ຽວບິນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ