ບັນ​ດາ​ທ້ອ​ງ​ຖິ່ນ​ຕ້ອງ​ຜັນ​ຂະ​ຫຍາຍ​ລະ​ບົບ​ ໂທ​ລະ​ສັບ​ສາຍ​ດ່ວນຢ່າງ​ທັນ​ການ, ບັນ​ດາ​ກຸ່ມ​ການ​ແພດ​ສາ​ທາ​ລະ​ນະ​ໄປ​ຍັງ​ເຂດ​ຊຸມ​ຊົນ​

(VOVWORLD) -“ບັນດາທ້ອງຖິ່ນຕ້ອງຜັນຂະຫຍາຍລະບົບ ໂທລະສັບສາຍດ່ວນຢ່າງທັນການ, ບັນດາກຸ່ມການແພດສາທາລະນະໄປຍັງເຂດຊຸມຊົນເພື່ອຮັບ, ຕິດຕາມກວດກາ, ໜູນຊ່ວຍການແພດຢູ່ກັບທີ່ ໃຫ້ແກ່ປະຊາຊົນໝົດທຸກຄົນ ທີ່ມີອາການສົງໄສຕິດເຊື້ອພະຍາດໂຄວິດ - 19 ແລະ ບັນດາບັນຫາກ່ຽວກັບສຸຂະພາບ”. 
ບັນ​ດາ​ທ້ອ​ງ​ຖິ່ນ​ຕ້ອງ​ຜັນ​ຂະ​ຫຍາຍ​ລະ​ບົບ​ ໂທ​ລະ​ສັບ​ສາຍ​ດ່ວນຢ່າງ​ທັນ​ການ, ບັນ​ດາ​ກຸ່ມ​ການ​ແພດ​ສາ​ທາ​ລະ​ນະ​ໄປ​ຍັງ​ເຂດ​ຊຸມ​ຊົນ​ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນປະທານກອງປະຊຸມ

ນີ້ແມ່ນການເນັ້ນໜັກຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຢູ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 13 ສິງຫາ.

ທ່ານເນັ້ນໜັກວ່າ ປະສົບການຫຼາຍທີ່ສຸດ ຢູ່ບັນດາທ້ອງຖິ່ນສະແດງໃຫ້ເຫັນວ່າ ຕ້ອງປົກປ້ອງຢ່າງໝັ້ນແກ່ນເຂດບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19, ເຂດປອດໄພ, ພ້ອມທັງລ໋ອກດາວ, ຮັດແຄບເຂດທີ່ຄວາມສ່ຽງສູງ ແລະ ສູງທີ່ສຸດ, ໃນການປະຕິບັດການແຍກຫ່າງໃນສັງຄົມ ຕາມຄຳສັ່ງເລກທີ 16, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຕ້ອງເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງມະຫາຊົນ, ໜ່ວຍໂຄວິດ - 19 ໃນຊຸມຊົນ, ປະຊາຊົນໝົດທຸກຄົນ .

ຕອບກັບ

ຂ່າວ/ບົດ​ອື່ນ