ບັນ​ດາ​ທ້ອງ​ຖິ່ນ​ເພີ່ມ​ທະ​ວີ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ໃນສະພາບການຢູ່ພາຍໃນປະເທດ ໄດ້ກວດພົບກໍລະນີຕິດໂລກລະບາດໂຄວິດ 19 ໃໝ່ນັ້ນ, ບັນດາທ້ອງຖິ່ນໄດ້ຕັ້ງໜ້າເພີ່ມທະວີຫຼາຍມາດຕະການປ້ອງກັນ, ຕ້ານໂລກລະບາດ
ບັນ​ດາ​ທ້ອງ​ຖິ່ນ​ເພີ່ມ​ທະ​ວີ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19  - ảnh 1

ເຂດແຍກຕົວພິເສດຢູ່ແຂວງວີ້ງຝຸກ (ພາບ: nhandan.com.vn )

ວັນທີ 2 ພຶດສະພາ, , ຄະນະຊີ້ນຳປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ແຂວງ ວີ້ງຝຸກ ໄດ້ສ້າງເຂດແຍກຕົວປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ແມ່ນໂຮງໝໍຫຼາຍຂະແໜງເຂດ ຝຸກອຽນ (ຕາແສງຮຸ່ງເວືອງ, ນະຄອນຝຸກອຽນ) ແຕ່ 0 ໂມງຂອງວັນທີ 3 ພຶດສະພາຫາ 24 ໂມງຂອງວັນທີ 16 ພຶດສະພາປີ 2021. ວີ້ງຝຸກ ກໍ່ຕັດສິນໃຈໃຫ້ນັກຮຽນພັກຮຽນໂດຍຊົ່ວຄາວເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ 19.

ການນຳນະຄອນຮ່າໂນ້ຍ ໄດ້ຮຽກຮ້ອງໃຫ້ປະຊາຊົນກັບຄືນນະຄອນ ພາຍຫຼັງພັກການ ຕ້ອງປະຕິບັດການແຈ້ງອາການສຸຂະພາບຢ່າງເຂັ້ມງວດ.

ວັນທີ 03 ພຶດສະພາ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ມີໂທລະເລກກ່ຽວກັບເລື່ອງຢຸດຕິບັນດາການເຄື່ອນໄຫວທີ່ບໍ່ຈຳເປັນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ຕາມນັ້ນແລ້ວ, ນັບແຕ່ເວລາ 17 ໂມງຂອງວັນທີ 03 ພຶດສະພາ, ນະຄອນ ຮ່າໂນ້ຍ ຈະຢຸດຕິການເປີດປະຕູຕ້ອນຮັບນັກທ່ອງທ່ຽວຢູ່ບັນດາເຂດປູຊະນີຍະສະຖານ, ຮາກຖານສາສະໜາ; ຢຸດຕິການເຄື່ອນໄຫວສຳລັບບັນດາຮ້ານອາຫານ, ຮ້ານກາເຟຢູ່ຕາມທະຖົນ… ເມື່ອມີການຊີ້ນຳໃໝ່. ສຳລັບຮ້ານກິນດື່ມຮັບໃຊ້ໃນເຮືອນ, ຮຽກຮ້ອງປະຕິບັດວຽກງານຂ້າເຊື້ອ, ປະຕິບັດການແຍກຫ່າງສຳລັບຄົນຕໍ່ຄົນໜ້ອຍສຸດແມ່ນ 1ມ.

ແລະກໍ່ໃນວັນດຽວກັນ, ຄະນະຊີ້ນຳກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ນະຄອນໂຮ່ຈີມິນ ໄດ້ຈັດກອງປະຊຸມດ່ວນ ແລະ ຕົກລົງຢຸດຕິບັນດາຮາກຖານດຳເນີນທຸລະກິດການບໍລິການຄື: ເວທີສະແດງ, ດົນຕີ, ລະຄອນ, ໂຮງສາຍຮູບເງົາ, ບັນດາເຂດດຳເນີນທຸລະກິດ game… ນັບແຕ່ເວລາ 18ໂມງຂອງວັນທີ 03 ພຶດສະພາ.

ມາຮອດຈຸດເວລານີ້, ຫຼາຍທ້ອງຖິ່ນໃນທົ່ວປະເທດຄື: ຮ່າໂນ້ຍ, ບັກນິນ, ແຄງຮວາ, ບິນທ້ວນ, ດ່ານັງ, ຝູທໍ້, ນິນບິນ, ດ້ຽນບຽນ…ໄດ້ຕັດສິນໃຈຢຸດບັນດາການເຄື່ອນໄຫວບໍ່ຈຳເປັນໂດຍຊົ່ວຄາວຄື: ຮ້ານບາ, ຮ້ານເຕັ້ນລຳ, ກາຣາໂອເກະ, ຊປາ…ເພື່ອ ປ້ອງກັນ, ຕ້ານໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ