ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ​ສະ​ເໜີ​ມາດ​ຕະ​ການ​ມຸ່ງ​ໄປ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ຮ່ວມ​ກັບ​ SARS – CoV – 2 ໂດຍ​ປອດ​ໄພ

(VOVWORLD) -ວັນທີ 15 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມກັບບັນດານັກຊ່ຽວຊານ ສະມາຄົມໃຫຍ່ແພດສາດ ຫວຽດນາມ ກ່ຽວກັບມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສະພາບການໃໝ່.
ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ​ສະ​ເໜີ​ມາດ​ຕະ​ການ​ມຸ່ງ​ໄປ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ຮ່ວມ​ກັບ​ SARS – CoV – 2 ໂດຍ​ປອດ​ໄພ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເປັນປະທານກອງປະຊຸມກັບບັນດານັກຊ່ຽວຊານ (ພາບ: TTXVN)

ທີ່ກອງປະຊຸມ, ບັນດານັກຊ່ຽວຊານ, ນັກວິທະຍາສາດ ໃຫ້ຂໍ້ສັງເກດວ່າ ໂລກລະບາດໂຄວິດ - 19 ຈະສືບຕໍ່ແກ່ຍາວ ແລະ ຈະປະກົດມີໄວຣັດສາຍພັນໃໝ່ຂອງ SARS – CoV – 2  ສະນັ້ນ, ຄວນມີການດັດປັບມາດຕະການແກ້ໄຂ, ຍຸດທະສາດປ້ອງກັນ, ຕ້ານໂລກລະບາດໃນສະພາບການໃໝ່.

ນັກຊ່ຽວຊານບາງທ່ານຖືວ່າ, ສຳລັບທ້ອງຖິ່ນທີ່ພວມຄວບຄຸມໄດ້ໂລກລະບາດນັ້ນ ຈະສືບຕໍ່ສະກັດກັ້ນ, ກວດພົບໂດຍໄວ, ຄົ້ນຫາແຫຼ່ງແຜ່ເຊື້ອເພື່ອຈຳກັດບໍລິເວນ, ປະຕິບັດການແຍກຕົວຢ່າງທັນການ ແລະ ປິ່ນປົວຢ່າງມີປະສິດທິຜົນ.

ສຳລັບທ້ອງຖິ່ນທີ່ສະພາບການໂລກລະບາດຍັງສັບສົນນັ້ນ, ນັກຊ່ຽວຊານບາງທ່ານຖືວ່າ, ຄວນມີບັນດາມາດຕະການຕ້ານໂລກລະບາດພິເສດ, ໃນນັ້ນ ຄວນສຸມໃສ່ການຄວບຄຸມແຫຼ່ງແຜ່ເຊື້ອເພື່ອຫຼຸດຜ່ອນຈຳນວນຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດລົງໂດຍໄວ, ຍູ້ໄວວຽກງານສັກວັກຊິນກັນພະຍາດໂຄວິດ - 19; ຫຼັງຈາກນັ້ນຄ່ອຍໆຜ່ອນຜັນມາດຕະການຕ້ານໂລກລະບາດ, ນຳການຜະລິດ, ດຳເນີນທຸລະກິດເຂົ້າສູ່ການເຄື່ອນໄຫວໃນສະພາບປົກກະຕິໃໝ່; ສ້າງຕັ້ງແລວປອດໄພຢູ່ອ້ອມຮອບເຂດດັ່ງກ່າວ, ຄວບຄຸມການເຂົ້າ - ອອກໃຫ້ເຂັ້ມງວດ, ບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ທ້ອງຖິ່ນອື່ນ.

ເພື່ອມຸ່ງໄປເຖິງການດຳລົງຊີວິດຮ່ວມກັບ SARS – CoV – 2 ຢ່າງປອດໄພນັ້ນ, ບັນດານັກຊ່ຽວຊານສະເໜີໃຫ້ເພີ່ມທະວີ ກຳລັງຄວາມສາມາດຂອງຂະແໜງສາທາລະນະສຸກ ຕາມທິດ “ປັດໄຈ 4 ຢູ່ກັບບ່ອນ” ກຳລັງກວດວິໄຈຫາເຊື້ອໄວຣັ້ດ ຕິດພັນກັບການສືບສວນປະຫວັດການສຳຜັດ; ແຍກຕົວ, ຕ້ອນຮັບ ແລະ ຈັດແບ່ງກໍລະນີ; ບັນດາຮາກຖານປິ່ນປົວມີຢາປິ່ນປົວຢ່າງພຽງພໍ, ລະບົບອົກຊີແຢນ ມີລາຄາຕ່ຳ ແລະ ວັກຊິນກັນພະຍາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ