ບັນ​ດາ​ປະ​ເທດ ປັບ​ປຸງ​ນະ​ໂຍ​ບາຍ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 4 ເມສາ, ລັດຖະບານ ອົດສະຕາລີ ໄດ້ປະກາດຂໍ້ຕົກລົງ ວ່າດ້ວຍການອະນຸຍາດໃຫ້ຊາວຜູ້ອອກແຮງງານຕ່າງປະເທດ ແກ່ຍາວເວລາພັກອາໄສຢູ່ປະເທດນີ້ໃນໄລຍະເກີດໂລກລະບາດ ແມ່ນຫຼາຍສຸດແມ່ນຕື່ມອີກ 1 ປີ.

ໃນວັນດຽວກັນ, ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ກໍແຈ້ງມາຍັງບັນດາອົງການ ແລະ ທຸຕານຸທູດ ຢູ່ ກຳປູເຈຍ ກ່ຽວກັບເລື່ອງ ຕໍ່ກຳນົດເວລາວີຊາທ່ອງທ່ຽວ ແບບອັດຕະໂນມັດ ໃຫ້ແກ່ບັນດາພົນລະເມືອງຕ່າງປະເທດທີ່ມາກຳປູເຈຍພາຍຫຼັງວັນທີ 1 ມັງກອນ 2020 ເຊິ່ງບໍ່ສາມາດກັບເມືອປະເທດ ຍ້ອນໂລກລະບາດໂຄວິດ - 19.

ສ່ວນຢູ່ອິນໂດເນເຊຍ, ວັນທີ 4 ເມສາ, ອຳນາດການປົກຄອງນະຄອນຫຼວງ Jakarta ກໍໄດ້ຕົກລົງແກ່ຍາວເວລາປິດປະຕິບັດດາສະຖານທີ່ທ່ອງທ່ຽວຮອດວັນທີ 19 ເມສາ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ