ບັນ​ດາ​ປະ​ເທດ ອາ​ຊຽນ ​ບໍ​ລິ​ຈາກ​ເງິນສະ​ໜັບ​ສະ​ໜູນ​ຜູ້​ທຸກ​ຍາກ​ຢູ່ ອາກ​ຊັງ​ຕິນ

(VOVWORLD) -ທີ່ພິທີ, ACBA ໄດ້ມອບໃຫ້ຜູ້ຕາງໜ້າອຳນາດການປົກຄອງແຂວງ Buenos Aires ເຄື່ອງບັນເທົາທຸກລວມມີບັນດາເຄື່ອງຂອງທີ່ຈຳເປັນ ແລະ ໂສ້ງເສື້ອໃຫ້ແກ່ເດັກນ້ອຍ.
ບັນ​ດາ​ປະ​ເທດ ອາ​ຊຽນ ​ບໍ​ລິ​ຈາກ​ເງິນສະ​ໜັບ​ສະ​ໜູນ​ຜູ້​ທຸກ​ຍາກ​ຢູ່ ອາກ​ຊັງ​ຕິນ - ảnh 1ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນຕັ້ງໜ້າເຂົ້າຮ່ວມການສະໜັບສະໜູນໃຫ້ແກ່ປະຊາຊົນທຸກຍາກ ຢູ່ ອາກຊັງຕິນ (ພາບ: TTXVN)

ວັນທີ 5 ກໍລະກົດ, ຢູ່ສຳນັກງານສະຖານທູດ ຫວຽດນາມ, ຄະນະກຳມະການບັນດາປະເທດ ອາຊຽນ ປະຈຳ ອາກຊັງຕິນ (ACBA) ລວມມີ: ຫວຽດນາມ, ໄທ, ມາເລເຊຍ, ອິນໂດເນເຊຍ ແລະ ຟີລິບປິນ ໄດ້ຈັດຕັ້ງພິທີມອບຮັບເຄື່ອງບັນເທົາທຸກຊ່ວຍເຫຼືອຜູ້ທຸກຍາກ ຢູ່ແຂວງ Buenos Aires ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ທີ່ພິທີ, ACBA ໄດ້ມອບໃຫ້ຜູ້ຕາງໜ້າອຳນາດການປົກຄອງແຂວງ Buenos Aires ເຄື່ອງບັນເທົາທຸກລວມມີບັນດາເຄື່ອງຂອງທີ່ຈຳເປັນ ແລະ ໂສ້ງເສື້ອໃຫ້ແກ່ເດັກນ້ອຍ. ໂຄງການເພື່ອການກຸສົນແຫ່ງຄວາມໝາຍນີ້ນອນໃນຂອບເຂດບັນດາການເຄື່ອນໄຫວຂອງ ACBA ໃນ 6 ເດືອນຕົ້ນປີ 2021. ທ່ານ ເຢືອງກວກແທັງ ເອກອັກຄະລັດຖະທູດ ຫວຽດນາມປະຈຳອາກຊັງຕິນ ຢັ້ງຢືນວ່າ ນີ້ແມ່ນຂໍ້ລິເລີ່ມມະນຸດສະທຳເພື່ອແນໃສ່ເສີມຂະຫຍາຍຈິດໃຈສາມັກຄີ ແລະ ມິດຕະພາບລະຫວ່າງ ອາຊຽນ ກັບປະຊາຊົນປະເທດປະຈຳຖິ່ນ, ພິເສດແມ່ນໃນສະພາບການໂລກລະບາດໂຄວິດ - 19 ພວມກໍ່ຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນທຸກຍາກຢູ່ປະເທດ ອາກຊັງຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ