ບັນ​ດາ​ປະ​ເທດ​ເຊື່ອ​ໝັ້ນ​ຕໍ່​ບົດ​ບາດ​ນຳ​ພາ​ຂອງປະ​ທານ AIPA 2020 ຫວຽດ​ນາມ

(VOVWORLD) -  ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 41 (AIPA 41) ພວມດຳເນີນພາຍໃຕ້ການເປັນປະທານຂອງຫວຽດນາມ - ປະທານ AIPA 41.

       ເລື່ອງ ສະພາແຫ່ງຊາດຫວຽດນາມ ຈັດຕັ້ງເຫດການດັ່ງກ່າວຜ່ານທາງອອນລາຍໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ອັນໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ທີ່ມີຕໍ່ການເຄື່ອນໄຫວສ້າງຄວາມສະໜິດຕິດພັນລະຫວ່າງລັດຖະສະພາຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ຄວາມມານະພະຍາຍາມນີ້ ໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ.

ບັນ​ດາ​ປະ​ເທດ​ເຊື່ອ​ໝັ້ນ​ຕໍ່​ບົດ​ບາດ​ນຳ​ພາ​ຂອງປະ​ທານ AIPA 2020 ຫວຽດ​ນາມ - ảnh 1   ທ່ານນາງ Endah Tjahjani Dwirini, ຫົວໜ້າຄະນະຮ່ວມມືລະຫວ່າງລັດຖະສະພາ, ສະພາຕ່ຳ ອິນໂດເນເຊຍ (ພາບ: VOV)

ທ່ານນາງ Endah Tjahjani Dwirini, ຫົວໜ້າຄະນະຮ່ວມມືລະຫວ່າງລັດຖະສະພາ, ສະພາຕ່ຳ ອິນໂດເນເຊຍ ໄດ້ຕີລາຄາວ່າ ຫົວຂໍ້ “ການທູດລັດຖະສະພາເພື່ອປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເຊິ່ງ ຫວຽດນາມ ໄດ້ເລືອກເຟັ້ນແກ່ກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 41 ແມ່ນມີຄວາມສະເໝີຕົ້ນສະເໝີປາຍກັບຫົວຂໍ້ຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຍົກອອກມາ. ທ່ານນາງກ່າວວ່າ:

        “ກ່ອນໜ້ານັ້ນ, ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງບາງກອງປະຊຸມທີ່ມີສ່ວນກ່ຽວຂ້ອງເຖິງ AIPA ມາແລ້ວ. ຂ້າພະເຈົ້າເຫັນວ່າ ຫວຽດນາມ ກະກຽມໄດ້ເປັນຢ່າງດີ. ດ້ວຍການນຳພາຂອງຫວຽດນາມ, ພິເສດແມ່ນສຳລັບ ກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 41 ນີ້, ຂ້າພະເຈົ້າ ເຊື່ອໝັ້ນວ່າ ຈະດຳເນີນໄປດ້ວຍດີ. ພວກຂ້າພະເຈົ້າ ຕີລາຄາສູງຕໍ່ທຸກຄວາມມານະພະຍາຍາມຂອງຫວຽດນາມ ໃນການຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດ  ແລະ ໄດ້ກະກຽມ ເປັນຢ່າງດີ ເພື່ອໃຫ້ກອງປະຊຸມສະມັດຊາໃຫຍ່ AIPA ປະສົບຜົນສຳເລັດຢ່າງຈົບງາມ. ນີ້ແມ່ນພຶດຕິກຳຕົວຈິງດີທີ່ສຸດສຳລັບ ຫວຽດນາມ ແລະ ພວກຂ້າພະເຈົ້າອາດຈະຮຽນເອົາບົດຮຽນນີ້ຈາກຫວຽດນາມ”.

        ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕີລາຄາສູງຕໍ່ບົດບາດ ແລະ ການປະກອບສ່ວນຂອງ ສະພາແຫ່ງຊາດ ຫວຽດນາມ ທີ່ມີຕໍ່ກອງປະຊຸມສະມັດຊາໃຫຍ່ AIPA. ທ່ານກວ່າວ່າ: 

 

ບັນ​ດາ​ປະ​ເທດ​ເຊື່ອ​ໝັ້ນ​ຕໍ່​ບົດ​ບາດ​ນຳ​ພາ​ຂອງປະ​ທານ AIPA 2020 ຫວຽດ​ນາມ - ảnh 2 ທ່ານນາງເອກອັກຄະລັດຖະທູດ ສິງກະໂປ  ປະຈຳ ຫວຽດນາມ Catherine Wong Siow Ping

(ພາບ: baoquocte.vn)


       
ຕາມທ່ານນາງເອກອັກຄະລັດຖະທູດ ສິງກະໂປ  ປະຈຳ ຫວຽດນາມ Catherine Wong Siow Ping ແລ້ວ, ໃນໄລຍະບໍ່ຄົງທີ່ຄືປັດຈຸບັນ, ບົດບາດນຳພາຢ່າງຂ້ຽວຂາດຂອງຫວຽດນາມໃນການເປັນປະທານ ອາຊຽນ 2020, ປະທານ AIPA 41 ແມ່ນມີຄວາມໝາຍສຳຄັນຢ່າງແທ້ຈິງ. ຫົວຂໍ້ “ການທູດລັດຖະສະພາ ເພື່ອປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຂອງກອງປະຊຸມສະມັດຊາໃຫຍ່ຄັ້ງນີ້ ແມ່ນແທດເໝາະທີ່ສຸດ.

ຮົ່ງເວິນ

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ