ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ມາດ​ຕະ​ການ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ອຳນາດການປົກຄອງອິດສະຣາແອັນກໍນໍາໃຊ້ການປັບໄໝລົງໂທດຕໍ່ການລະເມີດ ໂດຍຂຶ້ນເຖິງ 5,000 NIS, ເທົ່າກັບ 1.388 USD ແລະຂັງຄຸກເຖິງ 6 ເດືອນ.
ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ມາດ​ຕະ​ການ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi  (ພາບ:ນັກຂ່າວ VOV ປະຈຳ ອິນເດຍ)

ວັນທີ 24 ມີນາ, ຕຳຫຼວດ ອິນໂດເນເຊຍ ໄດ້ປະກາດວ່າ ຈະຜູກໂທດທາງອາຍາສຳລັບບຸກຄົນທີ່ລະເມີດຄຳສັ່ງຫ້າມເຕົ້າໂຮມຫຼາຍຄົນ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19. ຜູ້ລະເມີດອາດຈະຖືກຈໍາຄຸກ 12 ເດືອນ ຫຼື ຖືກປັບໄໝລົງໂທດດ້ວຍເງິນຈຳນວນ 900.000 Rupiah (56,25 USD).

ນັບແຕ່ຕອນກາງຄືນວັນທີ 26 ມີນາ ຫາວັນທີ 30 ເມສາ, ລັດຖະບານສິງກະໂປ ຈະປິດປະຕູຮ້ານ bar, ໂຮງຮູບເງົາ ແລະ ເຂດລະຫຼີ້ນບັນເທິງ ພ້ອມທັງຫ້າມ ບໍ່ໃຫ້ຈັດທຸກກິດຈະກຳທີ່ມີຄົນມາເຕົ້າໂຮມເກີນ 10 ຄົນ, ເວັ້ນເສຍແຕ່ບ່ອນເຮັດວຽກ ແລະ ໂຮງຮຽນ.

ລັດຖະບານ ເມັກຊີໂກ ກໍເພີ່ມທະວີບັນດາມາດຕະການປົກປ້ອງຕໍ່ຜູ້ ທີ່ມີຄວາມສ່ຽງຕິດເຊື້ອ ໂຄວິດ - 19; ຢຸດຕິການຈັດຕັ້ງບັນດາເຫດການທີ່ມີຄົນມາເຕົ້າໂຮມກັນຫຼາຍກວ່າ 100 ຄົນ, ຢຸດຕິບັນດາກິດຈະກຳບໍ່ຈຳເປັນໃນທຸກຂົງເຂດເສດຖະກິດ - ສັງຄົມ.

ໃນຂະນະນັ້ນ, ຢູ່ຈໍແດນ, ມີ 1600 ຄົນ ຖືກກັກຕົວ ພາຍໃນ 3 ວັນ ຍ້ອນລະເມີດຄຳສັ່ງໄອຍະການເສິກ. ສ່ວນເຈົ້າໜ້າທີ່ອິດສະຣາແອັນ ແຈ້ງໃຫ້ຊາບວ່າ ຈະນຳໃຊ້ບັນດາມາດຕະການຢ່າງແຮງ ເພື່ອຮັບມືກັບໂລກລະບາດໂຄວິດ - 19, ນັ້ນແມ່ນຢຸດຕິການເຄື່ອນໄຫວຂອງລົດລາງພາຫະນະສາທາລະນະ, ເວັ້ນເສຍແຕ່ລົດແທັກຊີ ແລະ ອະນຸຍາດໃຫ້ຂົນສົ່ງແຕ່ຜູ້ດຽວເທົ່ານັ້ນ. ໄປຄຽງຄູ່ກັນນັ້ນ ປະຊາຊົນມີສິດອອກໄປຂ້າງນອກ ພຽງແຕ່ຢູ່ໃນຂອບເຂດລັດສະໝີ 100 ແມັດ. ອຳນາດການປົກຄອງອິດສະຣາແອັນກໍນໍາໃຊ້ການປັບໄໝລົງໂທດຕໍ່ການລະເມີດ ໂດຍຂຶ້ນເຖິງ 5,000 NIS, ເທົ່າກັບ 1.388 USD ແລະຂັງຄຸກເຖິງ 6 ເດືອນ. ວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ປະກາດວ່າ ຈະນຳໃຊ້ຄຳສັ່ງປິດລ້ອມທົ່ວປະເທດພາຍໃນ 21 ວັນ ນັບແຕ່ວັນທີ 24 ມີນາເປັນຕົ້ນໄປ. ສ່ວນຢູ່ ອີຢິບ ກໍໄດ້ຈັດວາງຄຳສັ່ງຫ້າມບໍ່ໃຫ້ອອກໄປຂ້າງນອກ ນັບແຕ່ເວລາ 19 ໂມງຂອງມື້ນີ້ ຈົນຮອດເວລາ 6 ໂມງເຊົ້າຂອງມື້ຕໍ່ມາ ເຊິ່ງຈະເລີ່ມຜັນຂະຫຍາຍແຕ່ວັນທີ 25 ມີນາເປັນຕົ້ນໄປ. ມາດຕະການດັ່ງກ່າວຈະປະຕິບັດພາຍໃນ 2 ອາທິດ.

ນັກຂ່າວ VOV ປະຈຳອີຢິບ, ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ