ບັນດາປະເທດແບ່ງປັນທັດສະນະຂອງຫວຽດນາມກ່ຽວກັບທະເລຕາເວັນອອກ

ບັນດາປະເທດແບ່ງປັນທັດສະນະຂອງຫວຽດນາມກ່ຽວກັບທະເລຕາເວັນອອກ - ảnh 1
ທ່ານ ​ເຈືອງ​ແມ້ງ​ເຊີນ, ​ເອກ​ອັກຄະ​ລັດຖະທູດວິ​ສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ. ​ເຊັກ Lubomír Zaorálek
(ພາບ: Hoàng Hải/Vietnam+)

(vovworld) – ວັນ​ທີ 3/7, ​ໃນ​ການ​ພົບ​ປະ​ເຮັດ​ວຽກ​ຢູ່ Prague ກັບ​ທ່ານ ​ເຈືອງ​ແມ້ງ​ເຊີນ, ​ເອກ​ອັກຄະ​ລັດຖະທູດວິ​ສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ. ​ເຊັກ Lubomír Zaorálek ​ໄດ້​ແບ່ງປັນ​ທັດສະນະ​ຂອງ ຫວຽດນາມ ​ແມ່ນ​ແກ້​ໄຂ​ດ້ວຍ​ເສັ້ນທາງ​ສັນຕິພາບ​ບັນດາ​ການ​ຂັດ​ແຍ້​ງ​ກ່ຽວ​ກັບເຂດ​ນ່ານທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເຄົາລົບ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lubomír Zaorálek  ​ໄດ້​ສະ​ແດງ​ລັກສະນະ​ຂອງ ສ. ​ເຊັກ​ແມ່ນ​ບໍ່​ສະໜັບສະໜູນ​ການ​ນຳ​ໃຊ້​ກຳ​ລັງ​ອາວຸດ ​ແລະ ນາບ​ຂູ່​ນຳ​ໃຊ້​ອາວຸດ ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້​ງ​ເຂດ​ນ່ານທະ​ເລ​ຢູ່​ທະ​ເລຕາ​ເວັນ​ອອກ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 26/6, ​ໃນ​ວາລະ​ປະຊຸມ​ປະຈຳ​ຂອງ​ຄະນະ​ກຳມະການ ອາຊຽນ ຢູ່ Prague ​ເຊິ່ງລວມມີ​ເອກ​ອັກຄະ​ລັດຖະທູດ 5 ປະ​ເທດ: ຫວຽດນາມ, ຟິລິບ​ປິນ, ມາ​ເລ​ເຊຍ, ​ໄທ ​ແລະ ອິນ​ໂດ​ເນ​ເຊຍ, ທ່ານ​ເອກອັກຄະ​ລັດຖະທູດ ເຈືອງ​ແມ້ງ​ເຊີນ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ກະທຳລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ ຫວຽດນາມ ​ແລະ ​ເກາະ​ຜິດ​ຈາກ​ຝ່າຍ ຈີນ. ​ເອກ​ອັກຄະ​ລັດຖະທູດ ຟິລິບ​ປິນ, ມາ​ເລ​ເຊຍ, ​ໄທ ​ແລະ ອີນ​​​ໂດ​ເນ​ເຊຍ ​ໄດ້​ແບ່ງປັນ​ທັດສະນະ​ຂອງ ຫວຽດນາມ ​ແມ່ນ​ຕ້ອງ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​ກ່ຽວ​ກັບເຂດ​ນ່ານທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ເສັ້ນທາງ​ເຈລະຈາ​ສັນຕິພາບ, ບໍ່​ສະໜັບສະໜູນ​ການ​ນຳ​ໃຊ້​ກຳລັງ​ອາວຸດ ​ແລະ ລະ​ເມີດ​ກົດໝາຍ​ສາກົນ​ເພື່ອ​ແກ້​ໄຂ​ການ​ຂັດ​​ແຍ້​ງ.



ຂ່າວ/ບົດ​ອື່ນ