
ຕຳຫລວດ ໂຮນລັງ
ພາບ:Nltimes.n
|
(vovworld)-ວັນທີ 19/11, ທ່ານ Kick Schoof, ຜູ້ປະສານຕ້ານກໍ່ການຮ້າຍ ໂຮນລັງ ໃຫ້ຮູ້ວ່າ: ບັນດາຜູ້ຊ່ຽວຊານສືບລາຊະການລັບຄາດຄະເນວ່າ ອົງການລັດອິດສະລາມ IS ອ້າງຊື່ເອງ ມີ ນັກສືບ ປະມານ 60-80 ຄົນໄດ້ສົ່ງເຖິງ ເອີລົບ ເພື່ອດຳເນີນບັນດາການບຸກໂຈມຕີກໍ່ການຮ້າຍ. ທ່ານ Schoof ໃຫ້ຮູ້ວ່າ: ບັນດານັກສືບດັ່ງກ່າວໄດ້ຮັບຄຳສັ່ງຈາກ IS ສະເຫນີບໍ່ໄປເຖິງ ຊີຣີ ແລະ ອີຣັກ ຫາກກະກຽມບັນດາການບຸກໂຈມຕີຢູ່ ເອີລົບ. ທ່ານ Schoof ຍັງເນັ້ນຫນັກວ່າ ເຖິງວ່າ ຢູ່ໂຮນລັງ ຍັງບໍ່ທັນເກີດເຫດບຸກໂຈມຕີຄັ້ງໃຫຍ່ໃດໂດຍ IS ປະຕິບັດ ຄືຢູ່ ແບນຊິກ ແລະ ຝລັ່ງ ກໍຕາມ, ແຕ່ ການບຸກໂຈມຕີ ອາດຈະເກີດຂຶ້ນຢູ່ໂຮນລັງ.