ບັນດາຜູ້ພິພາກສາ ອີຢິບ ຄັດຄ້ານລັດຖະດຳລັດ ໃໝ່ ຂອງປະທານາທິບໍດີ Morsi

ບັນດາຜູ້ພິພາກສາ ອີຢິບ ຄັດຄ້ານລັດຖະດຳລັດ ໃໝ່ ຂອງປະທານາທິບໍດີ Morsi - ảnh 1
ຊາວ​ອີ​ຢິບ​ນັບ​ພັນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຄັດຄ້ານລັດຖະດຳລັດ ໃໝ່ ຂອງປະທານາທິບໍດີ Mohamed Morsi (ພາບ: TTXVN)

Vovworld- ຜູ້​ພິພາກສາ​ນັບ​ຮ້ອຍ​ຄົນ​ຂອງ​ອີ​ຢິບ​ໄດ້​ໂຮມ​ປະຊຸມ​ວິສາມັນ​ຂອງ​ສະມັດຊາ​ຢູ່​ສານ​ສູງ​ສຸດ​ໃນ​ວັນ​ວັນ​ທີ 24/11 ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ສຳລັບ​ການ​ປະກາດ​ລັດຖະທຳ​ມະນູນ​ຂອງ​ປະທານາທິບໍດີ​ອີ​ຢິບ Mohamed Morsi . ບັນດາຜູ້​ພິພາກສາ​ຖື​ວ່າການປະກາດ​ດັ່ງກ່າວ​ແມ່ນ​ໄດ້​ລວງ​ເກີນ​ສິດ​ຍຸຕິ​ທຳ​ ​ແລະ ​ເອກະລາດ​ຂອງ​ຕົນ ​ແລະ ຖື​ວ່າ ນີ້​ແມ່ນ​ການ​ໂຈມ​ຕີ​ຕໍ່​ສິດ​ເອກະລາດ​ດ້ານ​ຍຸຕິ​ທຳ. ​ໃນ​ຂະນະ​ນັ້ນ, ບັນດາ​ຫ້ອງ​ຫານ​ໄອ​ຍະ​ການ ​ແລະ ສານ​ຢູ່​ບາງ​ແຂວງ​ໄດ້​ທຳ​ການ​ນັດ​ຢຸດ​ງານ​ເພື່ອ​ຮຽກຮ້ອງ​ປະທານາທິບໍດີ​ຕ້ອງ​ຖອນ​ຄຳ​ປະກາດ​ລັດຖະທຳ​ມະນູນ​ຊຶ່ງ​ໄດ້​ປະກາດ​ໃຊ້​ເມື່ອ​ວັນ​ພະຫັດ​ອາທິດ​ແລ້ວ​ນີ້. ຂ່າວ​ຍັງ​ໃຫ້​ຮູ້​ວ່າ ມີ 15 ພັກ ​ແລະ ກຸ່ມ​ການ​ເມືອງ​ພວມ​ຮຽກຮ້ອງ​ໃຫ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ໃນ​ວັນ​ທີ 27/11 ​ແນ​ໃສ່​ຄັດ​​ຄ້ານລັດຖະດຳລັດ​ຂອງ​ປະທານາທິບໍດີ​ອີ​ຢິບ Mohamed Morsi. ບັນດາ​ພັກ​ການ​ເມືອງ​ນີ້​ກໍ​ພວມ​ຈັດ​ຕັ້ງ​ການ​ປະ​ທ້ວງ​ດ້ວຍ​ການ​ນັ່ງ​ຢູ່​ບໍລິ​ເວ​ນສະໜາມຫຼວງຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ນັບໝື່ນ​ຄົນ. ​ໃນ​ຂະນະ​ນັ້ນ, ອົງການ​ອ້າ​ຍນ້ອງ​ອິດສະ​ລາມ ​ໄດ້​ຮຽກຮ້ອງ​ບັນດາ​ສະມາຊິກ​ຂອງ​ຕົນ​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ເພື່ອ​ສະໜັບສະໜູ​ນ​ປະທານາທິບໍດີ​ Mohamed Morsi ​ແລະ ກ່າວ​ຫາ​ບັນດາ​ຜູ້​ຄັດ​ຄ້ານ​ການ​ປະກາດ​ລັດຖະທຳ​ມະນູນ​ສະບັບ​ໃໝ່, ກໍ​ຄື​ມີ​ກົນອຸບາຍ​ໂຄນ​ລົ້ມລະບອບ.
ຂ່າວ/ບົດ​ອື່ນ