ບັນດາມາດຕະການພັດທະນາບໍລິການ logistics ໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ

ບັນດາມາດຕະການພັດທະນາບໍລິການ logistics ໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ - ảnh 1
ພິທີໄຂງານຕະຫຼາດນັດ ສາກົນການຄ້າ ແລະ ການທ່ອງທ່ຽວແລວເສດຖະກິດຕາເວັນອອກ - ຕາເວັນຕົກ
(ພາບ: tinmoi.vn)

 (vovworld) - “ບັນດາ​ມາດ​ຕະການ​ພັດທະນາ​ບໍລິການ logistics, ການທ່ອງທ່ຽວ ​ແລະ ກາລະ​ໂອກາດ​ລົງທຶນ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ” ​ແມ່ນ​ຫົວ​ຂໍ້​ກອງ​ກອງ​ປະຊຸມ​ສຳ​ມະ​ນາທີ່ນ​ອນ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ​ສາກົນ ການ​ຄ້າ ​ແລະ ການທ່ອງທ່ຽວ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ 2012, ​ເຊິ່ງ​ຈັດ​ຂຶ້ນຢູ່ ດ່າ​ໜັງ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຊ່ຽວຊານ ​ໄດ້​ສະ​ເໜີ​ມີ​ກອບ​ກົດໝາຍ, ນະ​ໂຍບາຍ​ທີ່​ເປັນ​ເອກະ​ພາບ​ ​ແລະ ​ເໝາະສົມ​ໃຫ້​​ແລວ​ເສດຖະກິດ​ດັ່ງກ່າວ ​ແລະ ​ໃນ​ການ​ປະຕິບັດ​ນະ​ໂຍບາຍ, ຂຸດ​ຄົ້ນ ​ແລະ ​ນຳ​ໃຊ້​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ (ຫຼື EWEC) ​ໂດຍ​ໄວ.​..​, ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ມື​ຂອງ​ບັນດາ​ອົງການ​ສາກົນ​ໃນ​ການ​ທີ່​ປຶກສາ, ອຸປະຖຳ ​ແລະ ພິ​ເສດ​​ແມ່ນການ​ລົງທຶນ​ຂອງ​ເຂດ​ບໍ່​ຂຶ້ນ​ກັບ​ລັດຖະບານ..​.​ ພ້ອ​ມທັງ​ຖື​ວ່າ: ບັນດາ​ລັດຖະບານ, ບັນດາ​ທ້ອງ​ຖີ່​ນ ​ໃນ EWEC ຫຼື ຢູ່ອ້ອມ​ EWEC ຄວນ​ຄົ້ນ​ຄ້ວາ ​ແລະ ​ເປັນ​ເອກະ​ພາບ​ກັນ​​ໃນ​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ສຳຮອງ​ທີ່​ຍັງ​ຂາດ​ເຂີນ ​ແລະ ຈຳ​ເປັນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ EWEC​ໂດຍ​ໄວ.​​.​​., ຄວນ​ມີ​ການ​ແບ່ງ​ສິດ​ໃຫ້ທຸກ​ຂັ້ນ​ໃນ​ບາງ​ຂົງ​ເຂດ ​ແລະ ການ​ເຄື່ອນ​ໄຫວ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ຄະນະ, ຂະ​ແໜງ​ການ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ອ​ຳນວຍ​ຄວາມ​ສະດວກ​ໃຫ​້​ແກ່​ການ​ຈໍລະ​ຈອນ​ສິນຄ້າ ​ແລະ ຜູ້​ໂດຍສານ​ໃນ​ທົ່ວ​​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ.

ຂ່າວ/ບົດ​ອື່ນ