ບັນ​ດາ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ວຽກ​ງາ​ນຖະ​ແຫຼງ​ຂ່າວ ອາ​ຊຽນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ປະ​ຊາ​ຄົມ ເຕັກ​ນິກດີ​ຈີ​ຕອນ

(VOVWORLD) -ກອງປະຊຸມຄັ້ງທີ 15 ຂອງບັນດາລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວ ອາຊຽນ(AMRI- 15) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 12 ມີນາ ພາຍໃຕ້ການເປັນປະທານຂອງ ໄທ, ເຊິ່ງເປັນປະທານພວມດຳລົງຕຳແໜ່ງເປັນປະທານໝູນວຽນ AMRI ອາຍຸການ 2020 – 2022.
ບັນ​ດາ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ວຽກ​ງາ​ນຖະ​ແຫຼງ​ຂ່າວ ອາ​ຊຽນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ປະ​ຊາ​ຄົມ ເຕັກ​ນິກດີ​ຈີ​ຕອນ - ảnh 1ກອງປະຊຸມ AMRI-15 ຢູ່ ໄທ (ພາບ: TTXVN)

ດວ້ຍຫົວຂໍ້ “ອາຊຽນ: ປະຊາຄົມເຕັກນິກດີຈີຕອນ ດ້ວຍຄວາມສາມາດສຳຜັດໃຫ້ແກ່ທຸກໆຄົນ”, ກອງປະຊຸມຄັ້ງນີ້ ໄດ້ສະແດງໃຫ້ເຫັນວິໄສທັດຂອງອາຊຽນກ່ຽວກັບການສ້າງປະຊາຄົມກວມລວມ ເພື່ອຊຸກຍູ້ຊີວິດການເປັນຢູ່ທີ່ມີຄຸນນະພາບສູງ ດ້ວຍບັນດາກາລະໂອກາດສຳຜັດແບບສະເໝີພາບ. ປະເທດ ໄທ ໄດ້ຕັ້ງເປົ້າໝາຍຊຸກຍູ້ການນຳໃຊ້ບັນດາຫຼັກກາກຊີ້ນຳເພື່ອແນໃສ່ຍູ້ແຮງບັນດາການບໍລິການການສື່ຂ່າວ. ບັນດາຫຼັກການຊີ້ນຳນີ້ຈະໄດ້ຮັບການສ້າງຕັ້ງຂຶ້ນບົນວຽກງານຂອງ ອາຊຽນກ່ຽວກັບການຫັນປ່ຽນ ການອອກອາກາດທາງໂທລະພາບເປັນເຕັກນິກດີຈີຕອນ

        ແລະກໍ່ໃນຕອນບ່າຍວັນດຽວກັນ, ກອງປະຊຸມຄັ້ງທີ 6 ຂອງ ບັນດາລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວ ອາຊຽນ + 3 ກໍ່ໄດ້ຈັດຕັ້ງຂຶ້ນດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດອາຊຽນ ແລະ 3 ປະເທດຄູ່ຮ່ວມມືນັ້ນແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ