ບັນດາສັນຍານປະເອີບໃຈໃຫ້ແກ່ພື້ນຖານເສດຖະກິດຫວຽດນາມປີ 2021

(VOVWORLD) -ໃນ 2 ເດືອນຕົ້ນປີ 2021, ພື້ນຖານເສດຖະກິດຫວຽດນາມ ໄດ້ມີບັນດາສັນຍາດີ ແລະ ຟື້ນຟູຢ່າງຕັ້ງໜ້າ, ພິເສດແມ່ນສະແດງອອກຜ່ານບາງດັດຊະນີກ່ຽວກັບການພັດທະນາໃນບາງຂົງເຂດ
ບັນດາສັນຍານປະເອີບໃຈໃຫ້ແກ່ພື້ນຖານເສດຖະກິດຫວຽດນາມປີ 2021 - ảnh 1(ພາບປະກອບ: tapchitaichinh.vn)

ຕາມນັກຊ່ຽວຊານດ້ານເສດຖະກິດ, ປະລິນຍາເອກ ເລຢຸຍບິ່ງ, ຫົວໜ້າຝ່າຍບໍລິຫານ Economica VietNam ແລ້ວ, ໃນ 2 ເດືອນຕົ້ນປີ 2021, ພື້ນຖານເສດຖະກິດຫວຽດນາມ ໄດ້ມີບັນດາສັນຍາດີ ແລະ ຟື້ນຟູຢ່າງຕັ້ງໜ້າ, ພິເສດແມ່ນສະແດງອອກຜ່ານບາງດັດຊະນີກ່ຽວກັບການພັດທະນາໃນບາງຂົງເຂດຄື: ຜະລິດກະສິກຳ, ປ່າໄມ້, ອຸດສາຫະກຳ… ນີ້ແມ່ນພື້ນຖານທີ່ດີເພື່ອໃຫ້ຫວຽດນາມ ສືບຕໍ່ບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກໃນປີ 2021. ນັກຊ່ຽວຊານດ້ານເສດຖະກິດ, ປະລິນຍາເອກ ເລຢຸຍບິ່ງ, ໃຫ້ຮູ້ວ່າ.

        “ທີ 1 ແມ່ນຂະແໜງປຸງແຕ່ງ, ຜະລິດ, ບັນດາຂະແໜງຜະລິດອຸດສາຫະກຳເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ ຍ້ອນຄວາມຕ້ອງການຂອງໂລກພວມຟື້ນຟູ, ຍ້ອນວິວັດການຫັນປ່ຽນລະບົບສະໜອງທົ່ວໂລກຂອງລະບົບສະໜອງຈຳນວນໜຶ່ງໄປຍັງຫວຽດນາມ. ທີ 2, ບັນດາສິນຄ້າຮັບໃຊ້ຄວາມຕ້ອງການບໍລິໂພກຢູ່ພາຍໃນປະເທດກໍ່ມີຄວາມສາມາດຈະພັດທະນາ. ທີ 3 ແມ່ນຂະແໜງກະສິກຳຍັງສືບຕໍ່ຮັກສາຄວາມທົນທານຂອງຕົນໄດ້”

        ນອກນັ້ນ, ຖ້າກຫາວ່າໂລກລະບາດໄດ້ຮັບການຄວບຄຸມ, ມີຂະແໜງການບໍລິການທີ່ກ່ຽວຂ້ອງຄືການທ່ອງທ່ຽວກໍ່ຈະຟື້ນຟູຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ