ບັນດາຫຼັກໝາຍສຳຄັນໃນວິວັດການພັດທະນາຂອງ APEC

(VOVWORLD) - ວັນທີ 06 ພະຈິກ, ສັບປະດາຂັ້ນສູງຂອງເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ (APEC 2017) ເລີ່ມດຳເນີນຢູ່ນະຄອນດານັງ (ປະເທດ ຫວຽດນາມ).

 APEC ໄດ້ສ້າງຕັ້ງຂຶ້ນປີ 1989, ຢູ່ປະເທດອົດສະຕາລີ, ດ້ວຍເປົ້າໝາຍຊຸກຍູ້ການຫັນເປັນເສລີດ້ານເສດຖະກິດ, ການຄ້າ ແລະ ການລົງທຶນພາກພື້ນ. ພາຍຫຼັງ 28 ປີ ແຫ່ງການຄົງຕົວ ແລະ ພັດທະນາ, APEC ໄດ້ຜ່ານຜ່າຂີດໝາຍທີ່ໜ້າຈົດຈຳຫຼາຍຢ່າງ. ຈາກທີ່ມີສະມາຊິກພຽງ 12 ອົງການ, ມາເຖິງປະຈຸບັນ APEC ປະກອບມີ 21 ພື້ນຖານເສດຖະກິດ ມີລະດັບການພັດທະນາຫຼາຍຮູບຫຼາຍແບບ, ປະກອບສ່ວນໃຫ້ຄວາມຈະເລີນຮຸງເຮືອງ ແລະ ການພັດທະນາແບບຢືນຍົງໃນພາກພື້ນ ແລະ ສາກົນ ເມື່ອປະກອບເຖິງ 59% GDP ທົ່ວໂລກ ແລະ 49% ທຸລະກຳການຄ້າທັງໝົດ.

        ປີ 1994, ທີ່ກອງປະຊຸມສຸດຍອດ APEC ຢູ່ Bogor, ປະເທດອິນໂດເນເຊຍ, ການນຳບັນດາພື້ນຖານເສດຖະກິດ APEC ໄດ້ອອກຖະແຫຼງການ Bogor, ເພື່ອກຳນົດເປົ້າໝາຍ ແລະ ວິໄສທັດໄລຍະຍາວຂອງ APEC ຮອດປີ 2020 ດ້ວຍ 2 ຫຼັກໝາຍສຳຄັນແມ່ນ ປະຕິບັດການຫັນເປັນເສລີດ້ານການຄ້າ ແລະ ການລົງທຶນ ຢູ່ ອາຊີ - ປາຊີຟິກ ສຳລັບບັນດາພື້ນຖານເສດຖະກິດພັດທະນາໃນປີ 2010 ແລະ ສຳລັບບັນດາພື້ນຖານເສດຖະກິດພວມພັດທະນາໃນປີ 2020.

ໃນສະຖານະການລັດທິກໍ່ການຮ້າຍ ແລະ ການເພີ່ມຂຶ້ນຂອງບັນດາໄພນາບຄູ່ຄວາມໝັ້ນຄົງບໍ່ແມ່ນການທະຫານ ໄດ້ວາງອອກບັນດາສິ່ງທ້າທາຍໃໝ່ໃຫ້ພາກພື້ນ, ຄວາມສົນເອົໃຈໃສ່ຂອງ APEC ບໍ່ພຽງແຕ່ໃນຂອບເຂດການຮ່ວມມືດ້ານເສດຖະກິດເທົ່ານັ້ນ ຫາກຍັງໄດ້ເປີດກວ້າງເຖິງບັນດາບັນຫານຄວາມໝັ້ນຄົງ ແລະ ການເມືອງຂອງພາກພື້ນ. ການນຳ APEC ໄດ້ອອກຖະແຫຼງການສະເພາະ 2 ສະບັບ ກ່ຽວກັບຕ້ານການກໍ່ການຮ້າຍ ປີ 2001, 2002 ແລະ ຖະແຫຼງການ 1 ສະບັບ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປີ 2007.

ປີ 2012, ຢູ່ສະຫະພັນລັດເຊຍ, ບັນດາການນຳ APEC ເຫັນດີເຫັນພ້ອມຫຼຸດຜ່ອນພາສີອາກອນໃຫ້ 54 ປະເພດສິນຄ້າຂຽວ ເຖິງລະດັບ 5% ກ່ອນປີ 2015. ບໍ່ພຽງແຕ່ຢຸດຢູ່ບັນດາຜົນງານໃນພາກພື້ນເທົ່ານັ້ນ, APEC ຍັງມີການປະກອບສ່ວນທີ່ມີຄວາມໝາຍໃນທົ່ວໂລກຫຼາຍຢ່າງ. ບັນດາການນຳ APEC ໄດ້ອອກຖະແຫຼງການຫຼາຍຄັ້ງຢັ້ງຢືນ ຄວາມເຫັນດີເປັນເອກະພາບຂອງ APEC ໃນການໜູນຊ່ວຍຮອບເຈລະຈາ Doha, ໃນນັ້ນມີຖະແຫຼງການສະເພາະກ່ຽວກັບລາຍການພັດທະນາ Doha ຊຶ່ງໄດ້ຮັບຮອງຢູ່ກອງປະຊຸມຂັ້ນສູງ APEC 2006 ຢູ່ຮ່າໂນ້ຍ.

ນັບແຕ່ການເຂົ້າຮ່ວມ APEC ປີ 1998, ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ , ໃນນັ້ນສິ່ງທີ່ພົ້ນເດັ່ນແມ່ນການປະຕິບັດສຳເລັດບົດບາດເປັນເຈົ້າພາບປີ APEC ຫວຽດນາມ 2006 ຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ