ບັນດາເຄື່ອງຕິດຕໍ່ຖືກຕິດຕັ້ງວັດຖຸລະເບີດກ່ອນທີ່ຈະນຳເຂົ້າ ລີບັງ

(VOVWORLD) - ເຫດການດັ່ງກ່າວໄດ້ກໍ່ຄວາມເສຍຫາຍເຖິງບັນດາຄວາມມານະພະຍາຍາມ ແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ ແລະ ທາງພາກໃຕ້ ລີບັງ.
ບັນດາເຄື່ອງຕິດຕໍ່ຖືກຕິດຕັ້ງວັດຖຸລະເບີດກ່ອນທີ່ຈະນຳເຂົ້າ ລີບັງ - ảnh 1ບັນດາເຫດລະເບີດໄດ້ເຮັດໃຫ້ມີ 37 ຄົນເສຍຊີວິດ ແລະ ກວ່າ 2.900 ຖືກບາດເຈັບ
(ພາບ: Reuters/TTXVN)

        ບັນດາເຄື່ອງຕິດຕໍ່ຖືກຕິດວັດຖຸລະເບີດກ່ອນທີ່ຈະນຳເຂົ້າ ລີບັງ. ນີ້ແມ່ນໝາກຜົນທີ່ຄະນະຜູ້ຕາງໜ້າ ລີບັງ ປະຈຳສະຫະປະຊາຊາດແຈ້ງໃຫ້ຮູ້ ໃນຈົດໝາຍທີ່ສົ່ງເຖິງສະພາຄວາມໝັ້ນຄົງສະຫະປະຊາຊາດໃນວັນທີ 19 ກັນຍາ. ຕາມຄະນະຜູ້ຕາງໜ້າ ລີບັງ ແລ້ວ, ບັນດາເຄື່ອງຕິດຕໍ່ລະເບີດຂຶ້ນຜ່ານວິທີສົ່ງຂໍ້ຄວາມເຖິງເຄື່ອງນັ້ນ. ຄະນະຜູ້ຕາງໜ້າໄດ້ກ່າວປະນາມການບຸກໂຈມຕີ ແລະ ຖືວ່າ, ເຫດການດັ່ງກ່າວໄດ້ກໍ່ຄວາມເສຍຫາຍເຖິງບັນດາຄວາມມານະພະຍາຍາມ ແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ ແລະ ທາງພາກໃຕ້ ລີບັງ. ບັນດາເຫດລະເບີດໄດ້ເຮັດໃຫ້ມີ 37 ຄົນເສຍຊີວິດ ແລະ ກວ່າ 2.900 ຖືກບາດເຈັບ.

        ໃນເຫດການທີ່ກ່ຽວຂ້ອງ, ປະຊາຄົມສາກົນສືບຕໍ່ກ່າວປະນາມເຫດການ.

        ທ່ານປະທານາທິບໍດີ ອີຣານ Masoud Pezeshkian ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈເຖິງປະຊາຊົນ ລີບັງ; ພ້ອມທັງຢືນຢັນວ່າ, ໄດ້ສະໜັບສະໜູນ ລີບັງ ແລະ ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງສາກົນມີການກະທຳທີ່ເໝາະສົມ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ກໍ່ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງຈົ່ງລະງັບໃຈ ແລະ ຫຼີກລ່ຽງເຮັດໃຫ້ສະພາບປະທະກັນຢູ່ເຂດຕາເວັນອອກກາງ ເຄັ່ງຕຶງຂຶ້ນ. ກໍ່ຄ້າຍຄືກັນ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ David Lammy ກໍ່ຮຽກຮ້ອງໃຫ້ຂະບວນການ ເຮັກໂບລາ ແລະ ກຳລັງ ອິດສະຣາແອັນ ຢຸດຍິງໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ