ບັນຫາ Brexit: EU ຖະແຫຼງອາດຈະໂຈະເລື່ອງ Brexit

(VOVWORLD) -ວັນທີ 20 ມີນາ, ທ່ານປະທານສະພາເອີລົບ Donald Tusk ຖະແຫຼງວ່າ, ບັນດາການນຳສະຫະພາບເອີລົບ (EU) ອາດຈະເຫັນດີໂຈະເລື່ອງ ອັງກິດ ຖອນຕົວອອກຈາກ EU, ຫຼື້ ເອີ້ນວ່າ Brexit

ໃນໄລຍະສັ້ນ ຖ້າຫາກບັນດາສະມາຊິກລັດຖະສະພາອັງກິດ ຮັບຮອງເອົາຂໍ້ຕົກລົງ “ແຍກຕົວ”, ເອກະສານຖືກບັນດາສະມາຊິກລັດຖະສະພາໄດ້ຄັດຄ້ານ 2 ຄັ້ງແລ້ວ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ຝາກຈົດໝາຍເຖິງທ່ານ Donald Tusk ຂໍຕໍ່ກຳນົດເວລາໃນການປະຕິບັດມາດຕາ 50 ຂອງສົນທິສັນຍາ Lisbon ຈົນເຖິງວັນທີ 30 ມີຖຸນາ 2019. ປະຕິກິລິຍາຕໍ່ການກະທຳດັ່ງກ່າວຂອງທ່ານນາງນາຍົກລັດຖະມົນຕີ Theresa May, ໃນວັນດຽວກັນ, ຄະນະກຳມະການເອີລົບ ກ່າວເຕືອນວ່າ ເລື່ອງໂຈະການຖອນຕົວອອກຈາກ EU ຂອງອັງກິດຮອດວັນທີ 30 ມີຖຸນາ ອາດຈະກໍ່ “ຜົນສະທ້ອນເຖິງດ້ານນິຕິກຳ ແລະ ການເມືອງຢ່າງຮ້າຍແຮງ”, ພ້ອມທັງຮຽກຮ້ອງໃຫ້ການນຳບັນດາປະເທດສະມາຊິກ EU ເປັນເອກພາບເພື່ອຄັດເລືອກເອົາໜຶ່ງໃນຈຳນວນ 2 ບັນຫານັ້ນແມ່ນ, ໂຈະເລື່ອງ Brexit ຮອດວັນທີ 23 ພຶດສະພາ ຫຼື ຢ່າງໜ້ອຍສຸດແມ່ນທ້າຍປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ