ບັນຫາ Brexit: ທ່ານນາຍົກລັດຖະມົນຕີ ອັງກິດ ໄດ້ຍົກອອກບັນດາຂໍ້ສະເໜີແນະເພີ່ມເຕີມ

(VOVWORLD) -ອັງກິດ ຈະຍົກອອກບັນດາຂໍ້ສະເໜີແນະເພີ່ມເຕີມ ກ່ຽວກັບບັນຫາ ອຽກລັງເໜືອ ກໍຄື ມອບບົດບາດໜ້າທີ່ອັນໃຫຍ່ຫຼວງກວ່າໃຫ້ແກ່ ສະພາແຫ່ງຊາດ.
ບັນຫາ Brexit: ທ່ານນາຍົກລັດຖະມົນຕີ ອັງກິດ ໄດ້ຍົກອອກບັນດາຂໍ້ສະເໜີແນະເພີ່ມເຕີມ - ảnh 1ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May (ພາບ:TTXVN) 

ໃນສະພາບການ ລອນດອນ ພວມຊອກຫາບັນດາຄວາມຮັບປະກັນເພີ່ມເຕີມ ຈາກ ສະຫະພາບ ເອີຣົບ (ອີຢູ) ກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ ຫຼື ເອີ້ນວ່າ Brexit, ວັນທີ 7 ມັງກອນ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໃຫ້ຮູ້ວ່່າ ອັງກິດ ຈະຍົກອອກບັນດາຂໍ້ສະເໜີແນະເພີ່ມເຕີມ ກ່ຽວກັບບັນຫາ ອຽກລັງເໜືອ ກໍຄື ມອບບົດບາດໜ້າທີ່ອັນໃຫຍ່ຫຼວງກວ່າໃຫ້ແກ່ ສະພາແຫ່ງຊາດ. ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໃຫ້ຮູ້ວ່າ ທ່ານໄດ້ປຶກສາ ແລະ ຈະປຶກສາກັບບັນດາການນໍາເອີຣົບ ກໍຄື ປຶກສາຫາລືກັບບັນດາເພື່ອນຮ່ວມອາຊີບດຽວກັນ. ຕາມທ່ານນາງ Theresa May ແລ້ວ, ໃນຊຸມວັນຈະມາເຖິງ ລອນດອນ ຈະບໍ່ພຽງແຕ່ຍົກອອກບັນດາຂໍ້ສະເໜີແນະເພີ່ມເຕີມເທົ່່ານັ້ນ ຫາກຍັງມີບັນດາໜ້າວຽກທີ່ອາດຈະປະຕິບັດຢູ່ ພາຍໃນປະເທດ ໃນນັ້ນ ມີບັນດາມາດຕະການລະອຽດ ກ່ຽວກັບ ອຽກລັງເໜືອ, ກ່ຽວກັບບົດບາດອັນໃຫຍ່ຫຼວງຂອງສະພາແຫ່ງຊາດ ກໍຄືສືບຕໍ່ຊອກຫາບັນດາຄວາມຮັບປະກັນ ແລະ ຄໍາໝັ້ນສັນຍາ ຈາກ ອີຢູ ທີ່ກ່ຽວຂ້ອງເຖິງຄວາມວິຕົກກັງວົນ ເຊິ່ງບັນດາສະມາຊິກສະພາແຫ່ງຊາດໄດ້ຍົກອອກມາ.

ຕອບກັບ

ຂ່າວ/ບົດ​ອື່ນ