ບັນຫາ Brexit: ອັງກິດ ຕ້ອງຍົກອອກສາເຫດໃຫ້ແກ່ການຕໍ່ກໍານົດເວລາ

(VOVWORLD) -ອັງກິດ ຕ້ອງຖອນຕົວອອກຈາກ ອີຢູ ກ່ອນເວລາ ທີ່ລັດຖະສະພາຊຸດໃໝ່ຂອງເອີຣົບຖືກເລືອກຕັ້ງໃນເດືອນພຶດສະພາ ແລະ ຈະຮັບດໍາລົງຕໍາແໜ່ງໃນເດືອນ ກໍລະກົດນີ້ ຫຼື ເຂົ້າຮ່ວມການເລືອກຕັ້ງ ອີຢູ ເພື່ອຫຼີກລ້ຽງບໍ່ວ່າສິ່ງທ້າທາຍທາງດ້ານນິຕິກໍາໃດໆ ຂອງ ອົງການນິຕິບັນຍັດ ຂອງ ອີຢູ

ຕອນຄໍ່າວັນທີ 14 ມີນາ, ຄະນະກໍາມະການເອີຣົບ (EC) ໃຫ້ຮູ້ວ່າ ອັງກິດ ຈະຕ້ອງພິສູດໃຫ້ເຫັນ ກ່ຽວກັບທຸກຄໍາຮຽກຮ້ອງຕ້ອງການໂຈະ Brexit ເຊິ່ງຄາດວ່າຈະດໍາເນີນໃນທ້າຍເດືອນ ມີນານີ້ ແລະ ບັນດາການນໍາ ອີຢູ ຈະໃຫ້ບຸລິມະສິດຫຼີກລ້ຽງການສົ່ງຜົນສະທ້ອນເຖິງບັນດາອົງການຈັດຕັ້ງຂຶ້ນກັບ ອີຢູ ໃນໄລຍະພິຈາລະນາແກ້ໄຂ.

        ກ່າວຄໍາເຫັນພາຍຫຼັງປະກາດໝາກຜົນຂອງການປ່ອນບັດຂອງ ສະພາແຫ່ງຊາດ ອັງກິດ ກ່ຽວກັບເລື່ອງ ຕໍ່ກໍານົດເວລາປະຕິບັດມາດຕາ 50 ນໍາປະເທດ ອັງກິດ ຖອນຕົວອອກຈາກ ອີຢູ,ໂຄສົກທ່ານໜຶ່ງຂອງ EC ກ່າວວ່າ ຄວາມຮຽກຮ້ອງຕ້ອງການຕໍ່ກໍານົດເວລາປະຕິບັດມາດຕາ 50 ນັ້ນ ແມ່ນຮຽກຮ້ອງຕ້ອງມີການເຫັນດີເປັນເອກະພາບຈາກ 27 ປະເທດສະມາຊິກທັງໝົດ. ສະພາບັນດາການນໍາ ອີຢູ ຈະພິຈາລະນາຄໍາຮຽກຮ້ອງດັ່ງກ່າວ ບົນພື້ນຖານບຸລິມະສິດຮັບປະກັນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງຂຶ້ນກັບ ອີຢູ ແລະ ບັນດາສາເຫດ ພ້ອມກັບເວລາຂໍ້ຕໍ່ກໍານົດທີ່ເໝາະສົມ ຖ້າຫາກເກີດກໍລະນີດັ່ງກ່າວ.

        ສະພາເອີຣົບ ຈະດໍາເນີນກອງປະຊຸມໃນວັນທີ 21 – 22 ມີນາ ຈະມາເຖິງ. ມີການນໍາບາງທ່ານຂອງ ອີຢູ ໄດ້ກ່າວວ່າ ອັງກິດ ຕ້ອງຖອນຕົວອອກຈາກ ອີຢູ ກ່ອນເວລາ ທີ່ລັດຖະສະພາຊຸດໃໝ່ຂອງເອີຣົບຖືກເລືອກຕັ້ງໃນເດືອນພຶດສະພາ ແລະ ຈະຮັບດໍາລົງຕໍາແໜ່ງໃນເດືອນ ກໍລະກົດນີ້ ຫຼື ເຂົ້າຮ່ວມການເລືອກຕັ້ງ ອີຢູ ເພື່ອຫຼີກລ້ຽງບໍ່ວ່າສິ່ງທ້າທາຍທາງດ້ານນິຕິກໍາໃດໆ ຂອງ ອົງການນິຕິບັນຍັດ ຂອງ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ