ບັນຫາຕ້ານກໍ່ການຮ້າຍ:ISສ້າງຕັ້ງສາຂາຢູ່ອາຊີຕາເວັນອອກສ່ຽງໃຕ້

ບັນຫາຕ້ານກໍ່ການຮ້າຍ:ISສ້າງຕັ້ງສາຂາຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1
(ພາບ​ປະ​ກອບ: baothoidai)

(vovworld) - ​ເຈົ້າ​ໜ້າ​ທີ່​ສືບ​ລາ​ຊະ​ການ​ລັບ​ການ​ທະ​ຫານ​ຢູ່​ຟີ​ລິບ​ປີນ ໃຫ້​ຮູ້​ວ່າ, ບັນ​ດາ​ມື​ປືນ ອິດ​ສະ​ລາມ​ຫົວ​ຮຸນ​ແຮງ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້, ເຄີຍ​ຖະ​ແຫຼງ​ຕໍ່​ສູ້​ໃຫ້​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອ​ງ ຢູ່​ພາກ​ຕາ​ເວັນ​ອອ​ກາງ, ວັນ​ທີ 23/06 ຖ​ະ​ແຫຼງວ່າ ໄດ້​​ຄັດ​ເລືອກ​ໜຶ່ງ​ໃນ​ບັນ​ດາ​ເປົ້າ​ໝາຍ​ທີ່​ຖືກ​​ຊອກ​ຈັບ​ຢ່າງ​ຂ້ຽວ​ຂາດ​ທີ່​ສຸດ​ຢູ່ ຟີ​ລິບ​ປີນ ເປັນ​ຫົວ​ໜ້າ​​ສາ​ຂາ​ຫົວ​ຮຸນ​ແຮງ​ຢູ່​ເຂດນີ້. ແຈ້ງ​ການ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ໃນ​ເທບ​ວີ​ດີ​ໂ​ອ ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ແນັດໃນ​ອາ​ທິດ​ກ່ອນ. ໃນ​ເທບ​ວີ​ດີ​ໂ​ອຍາວ 20 ນາ​ທີ, ມີ​ເປົ້າ​ໝາຍ​ຄົນ​ໜຶຶ່ງ​ເຊິ່ງ​ເຈົ້າ​ໜ້າ​ທີີ​ມາ​ເລ​ເຊຍ ຢືນຢັນ​ວ່າ​ແມ່ນ Mohd Rafi Udin, ​ເຄີຍ​ເປັນ​ກະ​ບົດ​ຊາວ​ມາ​ເລ​ເຊຍ ພວມ​ຢູ່​ຊີ​ຣີ, ໄ​ດ້​ຖະ​ແຫຼງວ່າ “ຖ້າ​ຫາກ​ອ້າຍ​ນ້ອງບໍ່​​ສາ​ມາດ​ໄປ (ຊີ​ຣີ) ໄດ້, ຈົ່ງ​ເຕົ້າ​ໂຮມ​ກັນ​ເຂົ້າ ແລະ ໄປ​ຟີ​ລິບ​ປີນ”. Udin ກໍ​ຮ​ຽກ​ຮ້ອງ​ຊາວ​ອິດ​ສະ​ລາມ ເຕົ້າ​ໂຮ​ມ​ກັນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ Abu Abdullah, ຫົວ​ໂປ​ຂອງ​ກຸ່ມ​ມຸດ​ສະ​ລິມ​ຫົວ​ຮຸນ​ແຮງ ຢູ່​ພາກ​ໃຕ້​ຟີ​ລິບ​ປີນ. Abu Abdullah ​ຖືກ​ຖື​ວ່າ​ພວມ​ລີ້​ຕ​ົວ​​ຕາ​ເຂດ​ ພູ​ຢູ່​ເກາະ Basilan ​ໃນເຂດ Mindanao, ທາງ​ພາກ​ໃຕ້​ຟີ​ລິບ​ປີນ.

ຂ່າວ/ບົດ​ອື່ນ