ປີ 2018, ເກີນເທີ ສຸມໃສ່ສົ່ງເສີມ, ລົງທຶນເຂົ້າ ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ

(VOVWORLD) - ໃນປີ 2018, ເກີນເທີ ຈະສຸມໃສ່ສົ່ງເສີມການລົງທຶນ, ການຄ້າເຂົ້າບັນດາປະເທດ ຈຸດສຸມຄື: ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ…
ປີ 2018, ເກີນເທີ ສຸມໃສ່ສົ່ງເສີມ, ລົງທຶນເຂົ້າ	 ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ - ảnh 1 (ພາບປະກອບ)

“ປີ 2018, ເກີນເທີ ສຸມໃສ່ສົ່ງເສີມ, ລົງທຶນເຂົ້າ    ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ” ຂໍ້ມູນຂ່າວດັ່ງກ່າວ ໂດຍທ່ານ ຫງວຽນແຄ໋ງຕູງ ຜູ້ອຳນວຍການສູນສົ່ງເສີມການລົງທຶນ ແລະ ຕະຫລາດນັດວາງສະແດງ ເກີນເທີ ເປີດເຜີຍທີ່ກອງປະຊຸມຮັບຮອງເອົາແຜນການສົ່ງເສີມການລົງທຶນ, ການຄ້າ ແລະ ຈັດງານຕະຫລາດນັດວາງສະແດງ ເກີນເທີ ປີ 2018 ໂດຍສູນສົ່ງເສີມການລົງທຶນ ແລະ ຕະຫລາດນັດວາງສະແດງ ເກີນເທີ ຈັດຕັ້ງໃນຕອນບ່າຍວັນທີ 02 ມັງກອນ.

        ໃນປີ 2018, ເກີນເທີ ຈະສຸມໃສ່ສົ່ງເສີມການລົງທຶນ, ການຄ້າເຂົ້າບັນດາປະເທດ ຈຸດສຸມຄື: ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ…; ສຸມໃສ່ຍູ້ແຮງການດຶງດູດບັນດາໂຄງການທີ່ມີຂອບຂະໜາດໃຫຍ່ເຂົ້ານະຄອນ ເກີນເທີ ຄືສູນ Logistic, ເຂດອຸດສາຫະກຳ ຫວຽດນາມ - ຍີ່ປຸ່ນ ເກີນເທີ, ເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ເຂດກະສິກຳເຕັກໂນໂລຢີສູງ. ພິເສດ ໃນປີ 2018, ນະຄອນ ເກີນເທີ ສຸມໃສ່ໂຄສະນາ ແລະ ຮຽກຮ້ອງການລົງທຶນເຂົ້າສູນເຕັກໂນໂລຢີອຸດສາຫະກຳ ຫວຽດນາມ - ສ.ເກົາຫຼີ (KVIP). ພ້ອມກັນນັ້ນ ເກີນເທີ ຈະຈັດຕັ້ງ 15 ເຫດການສົ່ງເສີມການລົງທຶນເຂົ້າໃນຂົງເຂດກະສິກຳເຕັກໂນໂລຢີສູງຢູ່ແຂວງ ເລີມດົ່ງ, ນະຄອນ ໂຮ່ຈີມິນ, ດົ່ງທ໋າບ.

ຕອບກັບ

ຂ່າວ/ບົດ​ອື່ນ