ປີ2014,GDPຂອງທັງປະເທດຄາດວ່າເພີ່ມຂຶ້ນ5,98%

ປີ2014,GDPຂອງທັງປະເທດຄາດວ່າເພີ່ມຂຶ້ນ5,98% - ảnh 1
​ທ່ານ​ ຫງວຽນ​ບີກ​ເລີມ, ຫົວ​ຫນ້າກົມ​ໃຫຍ່ສະ​ຖິ​ຕິ
ພາບ:http://dantri.com.vn

(vovworld)-​ ກົມ​ໃຫຍ່​ສະ​ຖິ​ຕິ​ປະ​ກາດ​ໃນ​ການ​ປະ​ຊຸມ​ຂ່າວ​ເມື່ອ​ວັນ​ທີ 27/12 ຢູ່ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ປີ 2014 GDP ຄາດ​ວ່າ ເພີ່ມ​ຂຶ້ນ 5,98% ເມື່ອ​ທຽບ​ໃສ່​ປີ 2013. ຕາມ​ທ່ານ​ ຫງວຽນ​ບີກ​ເລີມ, ຫົວ​ຫນ້າກົມ​ໃຫຍ່ສະ​ຖິ​ຕິ ແລ້ວ, ລະ​ດັບ​ຈະ​ເລີນ​ເຕີບ​ໂຕ GDP ປີນີ້​ແມ່ນ​ສູງກວ່າ​ ດ້ວຍ​ລະ​ດັບເພີ່ມ​ຂຶ້ນ 5,25% ຂອງ​ປີ 2012 ແລະ 5,42% ຂອງ​ປ​ີ 2013 ແມ່ນ​ສະ​ແດງ​ໃຫ້​ເຫັນ​ສັນ​ຍານ​ອັນ​ຕັ້ງ​ຫນ້າ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ເສດ​ຖະ​ກິດ​ມະ​ຫາ​ພາກ​ສືບ​ຕໍ່​ເປັນ​ປົກ​ກະ​ຕິ, ໄພ​ເງິນ​ເຟີ້​ສືບ​ຕໍ່​ໄດ້​ຮັບ​ການ​ຄວບ​ຄຸມ​ຢູ່​ໃນ​ລະ​ດັບ​ປອດ​ໄພ, ການ​ຈະ​ເລີນ​ເຕີບ​ໂຕ​ເພີ່ມ​ຂຶ້ນ​ໃນ​ລະ​ດັບ​ດີ​ພໍ​ສົມ​ຄວນ.. ນັ້ນ​ແມ່ນ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ໃນ​ປີ 2014. ເພື່ອ​ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ໃນ​ປີ 2015, ຫົວ​ຫນ້າ​ກົ​ມ​ໃຫຍ່​ສະ​ຖິ​ຕິ​ຖື​ວ່າ ນັບ​ແຕ່​ຕົ້ນ​ປີ ຕ້ອງ​ມີ​ການ​ຊີ້​ນຳ, ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ.

 

 

ຂ່າວ/ບົດ​ອື່ນ