ປີ2014ແມ່ນປີທີ່ຫວຽດນາມປະສົບຜົນສຳເລັດໃນການຮັກສາອັດຕາແລກປ່ຽນເງິນຕາຕ່າງປະເທດເປັນປົກກະຕິ

ປີ2014ແມ່ນປີທີ່ຫວຽດນາມປະສົບຜົນສຳເລັດໃນການຮັກສາອັດຕາແລກປ່ຽນເງິນຕາຕ່າງປະເທດເປັນປົກກະຕິ - ảnh 1
ພາບ​ປະ​ກອບ:tienphong.vn

(vovworld)-​ ມາ​ຮອດ​ປະ​ຈຸ​ບັນ, ລະ​ດັບ​ເຫນັງ​ຕີງລະ​ຫວ່າງ​ສະ​ກຸນ​ເງິ​ນ​ດົງ(VND)ຂອງ​ຫວຽດ​ນາມ ແລະ ສະ​ກຸນ​ເງິນ​ໂດ​ລາ​ສະ​ຫະ​ລັດ(USD) ພຽງ​ເພີ່ມ​ຂຶ້ນກວ່າ 1% ເມື່ອ​ທຽບ​ໃສ່​ໄລ​ຍະ​ຕົ້ນ​ປີ. ຕາມ​ການ​ຄ​າດ​ຄະ​ເນ​ແລ້ວ, ມູນ​ຄ່າ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ​ຢູ່​ຕະ​ຫລາດ​ລະ​ຫວ່າງ​ທະນາ​ຄານ ແລະ ລະ​ຫວ່າງ​ທະ​ນາ​ຄານ​ກັບ​ລູກ​ຄ້າ ​ແມ່ນ​ເພີ່ມ​ຂຶ້ນປະ​ມານ 20% ເມ​ື່ອ​ທຽບ​ໃສ່​ປີ 2013. ​ສະ​ພາບກາ​ນ​ນຳ​ໃຊ້​ USD ​ແມ່ນ​ຫລຸດ​ລົງ​ຈາກ 25% ລົງ​ເຫລືອ​ພຽງ 11% ໃນ​ປີ. ເສດ​ຖະ​ກິດ​ມະ​ຫາ​ພາກ​ໄດ້​ຮັບ​ການ​ຮັກ​ສາ​ເປັນ​ປົກ​ກະ​ຕິ​ໃນ​ປີ 2014, ​ກ​ານ​ຊຳ​ລະ​ເກີນ​ດຸນ ແມ່ນ 10 ຕື້ USD, ​ດຸ​ນການ​ຄ້າ​ແມ່ນ​ບັນ​ດາ​ສາຍ​ເຫດ​ຕົ້ນ​ຕໍ​ຫນູນ​ຊ່ວຍ​ເຮັດ​ໃຫ້​ລາ​ຄາ​ຕະ​ຫລາດ​ເປັນ​ປົກ​ກະ​ຕິ. ກົງ​ກັນ​ຂ້າມ, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ​​ກໍ​ໄດ້​ປະ​ກອບ​ສ່ວນ​ຫນູນ​ຊ່ວຍ​ ​ການ​ເຄ​ື່ອນ​ໄຫ​ວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.

 

ຂ່າວ/ບົດ​ອື່ນ