ປູກຕົ້ນໄມ້ແມ່ນການລົງທຶນໃຫ້ການດຳລົງຊີວິດໃນອະນາຄົດ

(VOVWORLD) - ໃນຂອບເຂດກອງປະຊຸມຫົວເລື່ອງສະເພາະຂອງສະຫະພັນລັດຖະສະພາສາກົນ (IPU) ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບ ກັບ “ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ ເພື່ອປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ”, ວັນທີ 12 ພຶດສະພາ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ລົງສະຖານທີ່ຕົວຈິງຢູ່ເມືອງ ເກິ່ນເຢີ໋, ນະຄອນ ໂຮ່ຈີມິນ. 
ປູກຕົ້ນໄມ້ແມ່ນການລົງທຶນໃຫ້ການດຳລົງຊີວິດໃນອະນາຄົດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປູກຕົ້ນຫູກວາງ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານປະທານ IPU Saber Chowdhury ເຂົ້າຮ່ວມລາຍການ.

        ສະຖານທີ່ທຳອິດທີ່ຄະນະລົງຢ້ຽມຢາມແມ່ນຂົວ ເຢີ່ນໄຊ, ຕາແສງ ລອງຮ່ວາ. ນີ້ແມ່ນເຂດທີ່ຊຸມຊົນຖືກຜົນສະທ້ອນໂດຍກົງຍ້ອນນ້ຳທະເລຂຶ້ນ ແລະ ສະພາບການເຊາະເຈື່ອນ. ຢູ່ເຂດວາງແຜນຜັງສວນສາທາລະນະວັດທະນະທຳ ປ່າ ຊາກ, ເທດສະບານ ເກີ່ນແທ້ງ, ຜູ້ຕາງໜ້າປະເທດຕ່າງໆໄດ້ປູກຕົ້ນຫູກວາງ 60 ຕົ້ນ. ຕາມທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ນີ້ໄດ້ຮັບຖືວ່າຄືປ່າໄມ້ IPU. ກ່າວຄຳເຫັນທີ່ພິທີປູກຕົ້ນໄມ້, ທ່ານປະທານ IPU Saber Chowdhury ເນັ້ນໜັກວ່າ: ກອງປະຊຸມຫົວເລື່ອງສະເພາະ IPU ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດບໍ່ພຽງແຕ່ແມ່ນການໂອ້ລົມສົນທະນາທຳມະດາເທົ່ານັ້ນ, ຫາກນີ້ຍັງແມ່ນການສະແດງໃຫ້ເຫັນການກະທຳຂອງແຕ່ລະຄົນດ້ວຍຖານະເປັນສະມາຊິກສະພາແຫ່ງຊາດ, ເພື່ອຮັບມືກັບບັນດາສິ່ງທ້າທາຍໃນຍຸກສະໄໝ, ນັ້ນແມ່ນບັນຫາການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ