ປຸກ​ລະ​ດົມ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ດ້ວຍ​ຫົວ​ຂໍ້ “ການ​ທ່ອງ​ທ່ຽວ​ປອດ​ໄພ - ​ເຂົ້າ​ຮ່ວມ​ການ​ທ່ອງ​ທ່ຽ​ວ​ແບບ​ຄົບ​ວົງ​ຈອນ”

(VOVWORLD) -ໂຄງການແມ່ນມຸ່ງໄປເຖິງ ການຟື້ນຟູການເຄື່ອນໄຫວທ່ອງທ່ຽວຕາມວິວັດການຈາກຕະຫຼາດພາຍໃນແຂວງ, ພາຍໃນເຂດ ຈົນຮອດ ພາຍໃນປະເທດ, ປະກອບສ່ວນຟື້ນຟູຂະແໜງການທ່ອງທ່ຽວຢູ່ພາຍໃນປະເທດໂດຍມີການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19ໄດ້ຢ່າງມີປະສິດທິຜົນ ແຕ່ທ້າຍປີ 2021 ເທື່ອລະກ້າວ.
ປຸກ​ລະ​ດົມ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ດ້ວຍ​ຫົວ​ຂໍ້ “ການ​ທ່ອງ​ທ່ຽວ​ປອດ​ໄພ - ​ເຂົ້າ​ຮ່ວມ​ການ​ທ່ອງ​ທ່ຽ​ວ​ແບບ​ຄົບ​ວົງ​ຈອນ” - ảnh 1ພາບປະກອບ: VOV

ວັນທີ 16 ທັນວາ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ດ່ວານວັນວຽດ ໄດ້ລົງນາມເອກະສານກ່ຽວກັບໂຄງການປຸກລະດົມການທ່ອງທ່ຽວພາຍໃນປະເທດ ທີ່ມີການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວປອດໄພ - ເຂົ້າຮ່ວມການທ່ອງທ່ຽວແບບຄົບວົງຈອນ”.

ຕາມນັ້ນແລ້ວ,ໂຄງການໄດ້ປະກອບສ່ວນແນະນຳ, ໂຄສະນາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນ, ເຂົ້າຮ່ວມການທ່ອງທ່ຽວຫຼາກຫຼາຍຮູບແບບ, ມີຄວາມຈັບໃຈ, ຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຂອງ ຕະຫຼາດກ່ຽວກັບການທ່ອງທ່ຽວພາຍໃນ ຢ່າງປອດໄພ ແລະ ມີຄວາມຈັບອົກຈັບໃຈ.

ໂຄງການນີ້ ໄດ້ເຕື້ອງເຖິງວິທີແນະນຳໃນການຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວຢ່າງປອດໄພສຳລັບບັນດາພະແນກທ່ອງທ່ຽວ, ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ບັນດາວິສາຫະກິດດຳເນີນທຸລະກິດ, ການບໍລິການດ້ານການທ່ອງທ່ຽວ ແລະ ແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ