ປຸກລະດົມການສົ່ງຂໍ້ຄວາມເພື່ອຄົນທຸກຍາກປີ 2019

(VOVWORLD) -“ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2019 ຜ່ານປະຕູຖານຂໍ້ມູນມະນຸດສະທຳແຫ່ງຊາດ 1400 - ເບີ 1408.

ປຸກລະດົມການສົ່ງຂໍ້ຄວາມເພື່ອຄົນທຸກຍາກປີ 2019 - ảnh 1ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ

(ພາບ: 1400.vn)

       ຕອນເຊົ້າວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ແລະ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຈັດຕັ້ງບັ້ນຂົນຂວາຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນສົ່ງຂໍ້ຄວາມເພື່ອສະໜັບສະໜູນລາຍການ: “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2019 ຜ່ານປະຕູຖານຂໍ້ມູນມະນຸດສະທຳແຫ່ງຊາດ 1400 - ເບີ 1408. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2016 – 2020, ໄດ້ເຂົ້າຮ່ວມ ແລະ ປຸກລະດົມການສົ່ງຂໍ້ຄວາມ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2019.

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່່າ:

        “ລາຍການປີນີ້ ຖືກຈັດຕັ້ງໄວກ່ອນ 2 ເດືອນ ເມື່ອທຽບໃສ່ຊຸມປີກ່ອນໆ ແລະຍິ່ງມີຄວາມໝາຍຫຼາຍຂຶ້ນ ເມື່ອຈັດຂຶ້ນກົງກັບວັນສະເຫຼີມສະຫຼອງວັນຮັບໄຊຊະນະຂອງການປະຕິວັດເດືອນສິງຫາ ແລະ ຂໍ່ານັບຮັບຕ້ອນວັນຊາດທີ 2 ກັນຍາ. ຫວັງວ່າ ລາຍການຈະນັບມື້ນັບໄດ້ແຜ່ຂະຫຍາຍໄປຢ່າງກວ້າງຂວາງ ແລະ ມີຂອບຂະໜາດໃຫຍ່ກວ່າ; ມີລັກສະນະມະນຸດສະທໍານັບມື້ນັບເລິກເຊິ່ງກວ່າ. ລາຍການຈະປະສົບຜົນສໍາເລັດ ແລະ ຂ້າພະເຈົ້າຫວັງວ່າ ຈໍານວນເງິນທີີ່ຂົນຂວາຍມາໄດ້ຈະເພິ້ມຂຶ້ນທົບ 5 10 ເທົ່າ”.

         ປະຕູຖານຂໍ້ມູນມະນຸດສະທຳແຫ່ງຊາດ 1400 ໄດ້ເປີດນັບແຕ່ເວລາ 0 ໂມງ 00 ນາທີຂອງວັນທີ 19 ສິງຫາ ຮອດເວລາ 24 ໂມງ 00 ວັນທີ 31 ທັນວາ 2019. ພິມ VNN n ສົ່ງເຖິງ 1408, ແຕ່ລະຂໍ້ຄວາມຈະສະໜັບສະໜູນຈຳນວນເງິນ 20.000 ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ