ປຸກ​ລະ​ດົມການ​ສອບ​ເສັງ “ໄວ​ໜຸ່ມ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ” ໃນ​ຂະ​ແໜງ​ການ​ສຶກ​ສາ

(VOVWORLD) -ວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງສຶກສາທິການ ແລະ ບຳລຸງສ້າງ ໄດ້ຈັດຕັ້ງພິທີປຸກລະດົມການສອບເສັງ “ໄວໜຸ່ມຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ” ປີ 2020. 
ປຸກ​ລະ​ດົມການ​ສອບ​ເສັງ “ໄວ​ໜຸ່ມ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ” ໃນ​ຂະ​ແໜງ​ການ​ສຶກ​ສາ - ảnh 1

ບັນດາຜູ້ແທນກົດປຸ່ມເລີ່ມດຳເນີນລາຍການ “ທັກສະບໍລິຫານການເງິນ 2020”

ນີ້ແມ່ນຄັ້ງທີ 6 ການສອບເສັງໄດ້ຮັບການຈັດຕັ້ງເພື່ອແນໃສ່ສ້າງກາລະໂອກາດເພື່ອໃຫ້ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມ, ເຍົາລະຊົນ, ອະນຸຊົນ, ນັກຮຽນ, ນັກສຶກສາ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຍົກສູງຄວາມຮັບຮູ້ກ່ຽວກັບປະທານໂຮ່ຈີມິຮ, ປະກອບສ່ວນເຂົ້າການສຶກສາຄຸນສົມບັດ, ແບບແຜນການດຳລົງຊີວິດ, ບຳລຸງສ້າງອຸດົມຄະຕິປະຕິວັດໃຫ້ແກ່ໄວໜຸ່ມ.

ການສອບເສັງປີນີ້ິ້ ຈະໄດ້ແຍກເປັນ 3 ສາຍ, ໃນນັ້ນ ສານ A ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ, ສາຍ B ໃຫ້ແກ່ນັກສຶກສາຫວຽດນາມທັງຢູ່ພາຍໃນ ແລະ ຕ່າງປະເທດ, ສາຍ C ມຫ້ແກ່ບັນດາພະນັກງານຄຸ້ມຄອງການສຶກສາ, ຄູອາຈານໜຸ່ມ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ (ບໍ່ແມ່ນເປົ້າໝາຍໃນສາຍ A, B ແລະ ມີອາຍຸນ້ອຍກ່ວາ 35 ປີ).

ຕອບກັບ

ຂ່າວ/ບົດ​ອື່ນ