ປຸກລະດົມຂະບວນການແຂ່ງຂັນຮັກຊາດໃນກຸ່ມວິສາຫະກິດ,ນັກທຸລະກິດທົ່ວປະເທດ

ປຸກລະດົມຂະບວນການແຂ່ງຂັນຮັກຊາດໃນກຸ່ມວິສາຫະກິດ,ນັກທຸລະກິດທົ່ວປະເທດ - ảnh 1
ທ່ານ​ຫວູ​ຕຽນ​ລົກ ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ
ພາບ:internet

(vovworld)- ​ ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ໄລ​ຍະ 2015-2020 ໃນ​ກຸ່ມ ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ  ໄດ​້​ຮັບ​ການ​ປະ​ຕິ​ບັດ​ຕາມ​​ຈິດ​ໃຈ “ເຕົ້າ​ໂຮມ - ສ້າງ​ຄວາມ​ຮັ່ງ​ມີ - ສ້າງ​ສາ​ປະ​ເທດ​ຊາດ”, ມຸ່ງ​ໄປ​ເຖິ​ງ​ຈຸດ​ໝາຍ​ປະ​ດິດ​ຄິດ​ສ້າງ, ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດຫວຽດ​ນາມ​ໃຫ້​ເຂັ້ມ​ແຂງ. ກ່າວ​ຄຳ​ເຫັນ​ນະ​ພ​ິ​ທີ, ທ່ານ ຫວໍ​ເຕີນ​ແທ່ງ, ຮອງ​ປະ​ທານ ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ເນັ້ນ​ຫນັກ​ວ່າ:

        “ວິ​ສາ​ຫະ​ກິດແຕ່​ລະ​ແຫ່ງ, ນັກ​ທຸ​ລະ​ກິດ​ແຕ່​ລະ​ຄົນ ເສີມ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຮັກ​ຊາດ, ສາ​ມັກ​ຄີ, ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ ສະ​ແດງ​ຄຸນ​ນະ​ທາດ, ພູມ​ປັນ​ຍາ, ເຕົ້າ​ໂຮມ​ກຳ​ລັງ​ແຮງ​​ຍຸກ​ສະ​ໄຫມ ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ຕົນ​ເອງ ເພື່ອ​ການ​ເຕີ​ບ​ໃຫຍ່​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ຊາດ ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ໃນ​ປະ​ຈຸ​ບັນ.”

ຂ່າວ/ບົດ​ອື່ນ