ປຸກ​ລະ​ດົມ​ເດືອນເຄື່ອ​ນ​ໄຫວ​ເພື່ອ​​ຜູ້​ອາ​ຍຸ​ສູງ ຫວຽດ​ນາມ ປີ 2024

(VOVWORLD) - ພັກ ແລະ ລັດ ຍາມໃດກໍເອົາໃຈໃສ່, ຖືວຽກງານເບິ່ງແຍງ, ປົກປ້ອງ ແລະ ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງເປັນສຳຄັນ.
ປຸກ​ລະ​ດົມ​ເດືອນເຄື່ອ​ນ​ໄຫວ​ເພື່ອ​​ຜູ້​ອາ​ຍຸ​ສູງ ຫວຽດ​ນາມ ປີ 2024 - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ມອບຂອງຂວັນໃຫ້ແກ່ຜູ້ອາຍຸສູງ (ພາບ: VOV)

ພິທີປຸກລະດົມເດືອນເຄື່ອນໄຫວເພື່ອຜູ້ອາຍຸສູງ ຫວຽດນາມ ປີ 2024 ໂດຍສະມາຄົມຜູ້ອາຍຸສູງ ຫວຽດນາມ ສົມທົບກັບແຂວງ ຫາຍເຢືອງ ຈັດຂຶ້ນໃນວັນທີ 28 ກັນຍາ, ຢູ່ສູນວັດທະນະທຳ ຊື່ດົງ (ແຂວງຫາຍເຢືອງ). ເດືອນເຄື່ອນໄຫວເພື່ອຜູ້ອາຍຸສູງ ຫວຽດນາມ ປີ 2024 ມີຫົວຂໍ້ “ຮ່ວມແຮງຮ່ວມໃຈປົກປ້ອງ, ເບິ່ງແຍງດູແລ ແລະ ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ”.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານຮອງນາຍົກລັດຖະມົນຕີ ເລແທ່ງລອງ, ປະທານຄະນະກຳມະການແຫ່ງຊາດ ກ່ຽວກັບຄົນອາຍຸສູງ ຫວຽດນາມ, ຢັ້ງຢືນວ່າ ພັກ ແລະ ລັດ ຍາມໃດກໍເອົາໃຈໃສ່, ຖືວຽກງານເບິ່ງແຍງ, ປົກປ້ອງ ແລະ ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງເປັນສຳຄັນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ອົງການສຳນັກງານຂັ້ນສູນກາງ, ທ້ອງຖິ່ນ ສືບຕໍ່ຖືຜູ້ອາຍຸສິ່ງເປັນ “ແຫຼ່ງກຳລັງອັນລ້ຳຄ່າ”, ສ້າງເງື່ອນໄຂສະດວກເພື່ອໃຫ້ສະມາຄົມຜູ້ອາຍຸສູງ ຫວຽດນາມ ເຄື່ອນໄຫວ; ປະຕິບັດບັນດານະໂຍບາຍປົກປ້ອງ, ເບິ່ງແຍງດູແລ ແລະ ເສີມຂະຫຍາຍບົດບາດຜູ້ອາຍຸສູງໃຫ້ມີປະສິດທິຜົນ...

ຕອບກັບ

ຂ່າວ/ບົດ​ອື່ນ