​ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ມີ 22 ແຂວງ, ນະ​ຄອນ ເປັນ​ເຂດ​ຂຽວ

(VOVWORLD) -ຕາມການສັງລວມສະພາບການໂລກລະບາດໂຄວິດ - 19 ໃນທົ່ວປະເທດຂອງກະຊວງສາທາລະນະສຸກ ຫວຽດນາມແລ້ວ, ປັດຈຸບັນໃນທົ່ວປະເທດ ມີ 22 ແຂວງ, ນະຄອນ ເປັນເຂດຂຽວ ແລະ ພວມຢູ່ໃນສະພາບເປັນປົກກະຕິໃໝ່; 41 ແຂວງ,  ນະຄອນ ຢູ່ໃນລະດັບເຫຼືອງ, ບໍ່ມີແຂວງ, ນະຄອນໃດຢູ່ໃນລະດັບສີສົ້ມຫຼືສີແດງ.
​ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ມີ 22 ແຂວງ, ນະ​ຄອນ ເປັນ​ເຂດ​ຂຽວ - ảnh 1(ພາບປະກອບ: TTXVN)

ນັບແຕ່ເວລາ 17 ໂມງຂອງວັນທີ 23 ຕຸລາ ຫາເວລາ 17 ໂມງຂອງວັນທີ 24 ຕຸລາ, ໃນລະບົບຄຸ້ມຄອງໂລກລະບາດໂຄວິດ - 19 ແຫ່ງຊາດ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 4.045 ກໍລະນີ, ໃນນັ້ນມີ 17 ກໍລະນີເຂົ້າເມືອງ. ເປັນອັນວ່າ, ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 888.940 ກໍລະນີ, ຢືນອັນັບທີ 40/223 ປະເທດ ແລະ ເຂດແຄວ້ນ. ຖ້າໄລ່ຕາມອັດຕາຜູ້ຕິດເຊື້ອໃນຈຳນວນປະຊາກອນ 1 ລ້ານຄົນ, ຫວຽດນາມ ຢືນອັນດັບທີ 154/223 ປະເທດ ແລະ ເຂດແຄວ້ນ.

ວັນທີ 24 ຕຸລາ, ມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 1.314 ຄົນ ໄດ້ປະກາດປິ່ນປົວຫາຍດີແລ້ວ, ອັນໄດ້ຍົກຈໍານວນຜູ້ຫາຍດີຢູ່ ຫວຽດນາມຂຶ້ນເປັນ 805.978 ຄົນ. ໃນວັນດຽວກັນນັ້ນ, ມີຜູ້ເສຍຊີວິດ 53 ຄົນ.

ຕາມການສັງລວມຂອງກະຊວງສາທາລະນະສຸກແລ້ວ, ປັດຈຸບັນໃນທົ່ວປະເທດ ມີ 22 ແຂວງ, ນະຄອນ ເປັນເຂດຂຽວ ແລະ ພວມຢູ່ໃນສະພາບເປັນປົກກະຕິໃໝ່; 41 ແຂວງ,  ນະຄອນ ຢູ່ໃນລະດັບເຫຼືອງ, ບໍ່ມີແຂວງ, ນະຄອນໃດຢູ່ໃນລະດັບສີສົ້ມຫຼືສີແດງ.

 

ຕອບກັບ

ຂ່າວ/ບົດ​ອື່ນ