ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງມີໄຫວພິບ, ທັງຟື້ນຟູ, ທັງພັດທະນາເສດຖະກິດ-ສັງຄົມ

(VOVWORLD) -ບັນດາສະມາຊິກສະພາແຫ່ງຊາດຕີລາຄາສູງຕໍ່ມາດຕະການປ້ອງກັນ, ຕ້ານໂລກລະບາດທີ່ບໍ່ເຄີຍມີມາກ່ອນ ເຊິ່ງລັດຖະບານໄດ້ປະຕິບັດໃນໄລຍະຜ່ານມາ
ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງມີໄຫວພິບ, ທັງຟື້ນຟູ, ທັງພັດທະນາເສດຖະກິດ-ສັງຄົມ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
(ພາບ:baochinhphu.vn)

ແຜນການໃດເພື່ອທັງປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ, ທັງຮັບປະກັນສະຖຽນລະພາບ, ຟື້ນຟູ, ພັດທະນາເສດຖະກິດໂດຍໄວ ຕາມເປົ້າໝາຍທີ່ໄດ້ວາງອອກໃນບົດລາຍງານຂອງລັດຖະບານ ກ່ຽວກັບໝາກຜົນການປະຕິບັດເສດຖະກິດ - ສັງຄົມປີ 2021 ແລະ ແຜນການພັດທະນາເສດຖະກິດ-ສັງຄົມປີ 2022 ແມ່ນເນື້ອໃນເຊິ່ງສະມາຊິກສະພາແຫ່ງຊາດຫຼາຍທ່ານສົນໃຈ ໃນວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ທີ່ດຳເນີນໃນຕອນເຊົ້າວັນທີ 20 ຕຸລາ.

        ບັນດາສະມາຊິກສະພາແຫ່ງຊາດຕີລາຄາສູງຕໍ່ມາດຕະການປ້ອງກັນ, ຕ້ານໂລກລະບາດທີ່ບໍ່ເຄີຍມີມາກ່ອນ ເຊິ່ງລັດຖະບານໄດ້ປະຕິບັດໃນໄລຍະຜ່ານມາ, ແຕ່ກໍ່ສະແດງຄວາມສົນໃຈກ່ຽວກັບແຜນການເຊິ່ງລັດຖະບານ ຈະນຳໃຊ້ຕໍ່ການຜັນແປຂອງໂລກລະບາດທີ່ຍັງສົ່ງຜົນກະທົບຢ່າງຮ້າຍແຮງເຖິງການຜະລິດ, ດຳເນີນທຸລະກິດ, ການຫາເງິນລ້ຽງຊີບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານ ບຸ່ຍຮ່ວາຍເຊີນ, ສະມາຊິກສະພາແຫ່ງຊາດ ຄະນະ ຮ່າໂຮ້ຍ, ຖືວ່າ:

        “ເລື່ອງຮັບມືກັບໂລກລະບາດໂຄວິດ-19 ຢ່າງມີໄຫວພິບ ແມ່ນມາດຕະການແກ້ໄຂເຊິ່ງພວກເຮົາຄວນປະຕິບັດຕາມ, ເພື່ອເຮັດແນວໃດ ທຳອິດນັ້ນ ຕ້ອງປອດໄພໃນທຸກຂອດ, ຈາກສຸຂະພາບຂອງປະຊາຊົນ, ຕະຫຼອດຮອດຄວາມປອດໄພໃນການຜະລິດ, ມີຄວາມປອດໄພໃນການໄປທ່ອງທ່ຽວ, ຫຼື ປອດໄພບໍ່ວ່າໃນຂົງເຂດໃດ. ປັດໃຈຄວາມປອດໄພແມ່ນອັນດັບ 1. ເມື່ອພວກເຮົາຮັກສາໄດ້ບັນດາປັດໃຈຕ່າງໆໃນຊີວິດສັງຄົມ ຄາວນັ້ນຈຶ່ງຈະສ້າງເງື່ອນໄຂໃຫ້ແກ່ເສດຖະກິດພັດທະນາ”.

        ບົດລາຍງານສະຫຼຸບຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງໂດຍທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ້ວັນຈຽນ ສະເໜີທີ່ກອງປະຊຸມໃຫ້ຮູ້ວ່າ, ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ຕີລາຄາສູງຂໍ້ຕົກລົງທີ່ສະຫຼາດສ່ອງໃສ, ຖືກຕ້ອງ, ທັນການຂອງການນຳ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19. ດ້ວຍການສະໜັບສະໜູນ, ການແບ່ງປັນ, ເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນທຸກຊັ້ນວັນນະ, ປະຊາຄົມວິສາຫະກິດ, ຫວຽດນາມ ບັນລຸໄດ້ໝາກຜົນສຳຄັນຈຳນວໜຶ່ງນັ້ນ ເປັນໜ້າສົ່ງເສີມໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ