ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍແມ່ນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮຽກຮ້ອງໃຫ້ແຂວງ ກ໋ວາງນິງ ສືບຕໍ່ເອົາໃຈໃສ່ກ່ວາອີກເພື່ອໃຫ້ “ວັນບຸນທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ” ໃຫ້ນັບມື້ນັບແທດຈິງ, ຮັບໃຊ້ບັນດາໜ້າທີ່ການເມືອງ - ເສດຖະກິດ, ວັດທະນະທຳ - ສັງຄົມຂອງທ້ອງຖິ່ນ
ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍແມ່ນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກ່າວຄຳເຫັນທີ່ພິທີ (ພາບ:Nguyễn Hùng)

ຕອນເຊົ້າວັນທີ 15 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມວັນບຸນທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດປີ 2022 ຢູ່ຕາແສງ ວຽດເຢີນ, ເທດສະບານ ດົງຈ່ຽວ, ແຂວງ ກ໋ວາງນີງ. ນີ້ແມ່ນຕາແສງບັນລຸມາດຖານຊົນນະບົດໃໝ່ຕົວແບບ; ປະຕິບັດຂະບວນການ “ທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ ຕາແສງເຂດສາສະໜາ” ຢ່າງມີປະສິດທິຜົນ ທີ່ໄດ້ຮັບການຕີລາຄາສູງຈາກລັດຖະບານ, ກະຊວງຕຳຫຼວດ.

        ກ່າວຄຳເຫັນທີ່ວັນບຸນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮຽກຮ້ອງໃຫ້ແຂວງ ກ໋ວາງນິງ ສືບຕໍ່ເອົາໃຈໃສ່ກ່ວາອີກເພື່ອໃຫ້ “ວັນບຸນທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ” ໃຫ້ນັບມື້ນັບແທດຈິງ, ຮັບໃຊ້ບັນດາໜ້າທີ່ການເມືອງ - ເສດຖະກິດ, ວັດທະນະທຳ - ສັງຄົມຂອງທ້ອງຖິ່ນ:

        “ໂດຍກຳນົດແຈ້ງໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍແມ່ນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນ, ໃນນັ້ນ, ກຳລັງຕຳຫຼວດແມ່ນແກ່ນສານ. ສືບຕໍ່ປ່ຽນໃໝ່ເນື້ອໃນ, ຮູບແບບ, ມາດຕະການສ້າງ “ຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ” ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເໝາະສົມກັບເງື່ອນໄຂ, ສະພາບການລະອຽດຂອງແຕ່ລະເຂດ, ພາກ, ຂົງເຂດ, ບໍລິເວນລະອຽດຢູ່ຮາກຖານ. ພ້ອມນັ້ນ, “ຂະບວນການທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງຂອງຊາດ” ຕ້ອງຕິດພັນກັບບັນດາຂະບວນການແຂ່ງຂັນຮັກຊາດໂດຍພັກ, ລັດ, ບັນດາອົງການ, ຫົວໜ່ວຍ, ແນວໂຮມປະເທດຊາດ ແລະ ໝູ່ຄະນະ… ປຸກລະດົມເພື່ອສ້າງການກະທົບທີ່ຕັ້ງໜ້າ ແລະ ມີແຜ່ກະຈາຍໃນຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊຸມຊົນ.”

ຕອບກັບ

ຂ່າວ/ບົດ​ອື່ນ