ປ້ອງກັນ,ຕ້ານໂລກໄຂ້ ເລືອດອອກໂດຍໄວຣັດ Ebola ກໍ່ຂຶ້ນຢູ່ຫວຽດນາມ


ປ້ອງກັນ,ຕ້ານໂລກໄຂ້ ເລືອດອອກໂດຍໄວຣັດ Ebola ກໍ່ຂຶ້ນຢູ່ຫວຽດນາມ - ảnh 1
(ພາບ​ປະກອບ)

(vovworld) –​ວັນ​ທີ 1/8/2014,  ຫວຽດນາມ ບໍ່​ທັນ​ຮັບ​ຮູ້​ກໍລະນີ​​ໃດຕິດພະຍາດ​ໄຂ້​ເລືອດ​ອອກ​ໂດຍ​ໄວຣັດ Ebola ກໍ່ຂຶ້ນ. ​​ແຕ່​ວ່າ, ອີງ​ຕາມ​ສະພາບ​ການ ​ແລະ ຈຸດ​ພິ​ເສດສະ​ເພາະ​ຂອງ​ພະຍາດ, ​ໄພ​ເກີດພະຍາດ​ໄຂ້​ເລືອດ​ອອກ​ໂດຍ​ໄວຣັດ Ebola ກໍ່ຂຶ້ນສາມາດ​ແຊກ​ຊືມ​ເຂົ້າຫວຽດນາມ ​ແລະ ອາດ​ຈະ​ເກີດ​ເປັນ​ໂລກລະບາດ​ຢູ່​ວົງ​ຄະນາ​ຍາດ​ຖ້າ​ຫາກ​ວ່າ​ບໍ່​ເປັນ​ເຈົ້າການ​ບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານ. ວັນ​ທີ 7/8, ກະຊວງ​ສາທາລະນະ​ສຸກ​ມີ​ຂໍ້​ຕົກລົງ​ປະກາດ​ໃຊ້​ແຜນການ​ດຳ​ເນີນ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ໄຂ້​ເລືອດ​ອອກ​ໂດຍ​ໄວ​ຮັດ Ebola ກໍ່ຂຶ້ນຢູ່​ຫວຽດນາມ ​ເພື່ອ​ແນ​ໃສ່​ຄົ້ນພົບ​ກໍລະນີ​ຕິດພະຍາດ ໄຂ້​ເລືອດ​ອອກ​ໂດຍ​ໄວ​ຮັດ Ebola ກໍ່ຂຶ້ນ; ​ແກ້​ໄຂ​ຢ່າງ​ທັງ​ການ​ບໍ່​ໃຫ້​ໂລກລະບາດ​ແຜ່​ລາມ​ອອກ, ຈຳກັດ​ບັນດາ​ກໍລະນີ​ເສຍ​ຊີວິດ​ໃນ​ລະດັບ​ຕ່ຳ​ສຸດ. ​ເພື່ອ​ເປັນ​ເຈົ້າການ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກໄຂ້​ເລືອດ​ອອກ​ໂດຍ​ໄວ​ຮັດ Ebola, ກະຊວງ​ສາທາລະນະ​ສຸກ ຈະ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊີ້​ນຳ​ປ້ອງ​ກັນ, ຕ້ານ​ໂລກລະບາດ; ຊີ້​ນຳ​ພະ​ແນ​ກສາທາລະນະ​ສຸກ, ສູນ​ການ​ແພດ​ສຳຮອງ, ບັນດາ​ໂຮງໝໍ ​ແລະ ບັນດາ​ຫົວໜ່ວຍ​ກະກຽມ​ພື້ນຖານ​ດ້ານ​ວັດຖຸ, ຢາ​ເຄມີ, ​ເຄື່ອງ​ຈັກ, ​ເຄື່ອງ​ວັດຖຸ​ອຸປະກອນ ​ແລະ ຊັບພະຍາ​ກອນ​ມະນຸ​ດ​ເພື່ອ​ຮັບ​ມື​ກັບ​ໂລກລະບາດ. ພ້ອມ​ກັນນັ້ນ​ເພີ່ມ​ທະວີ​ການສົມທົບ​ກັບ​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ຢູ່​ດ່ານ​ສາກົນ​ເພື່ອ​ຕິດຕາມ​ກວດກາ​ຄົນ, ສັດ, ຍານພາຫະນະ ​ແລະ ສິນຄ້າ​ເຂົ້າເມືອງຜ່ານ​ດ່ານ​ແຫ່ງ​ຕ່າງໆ. ​ເມື່ອ​ຄົ້ນພົບ​ກໍລະນີ​ສົງ​ໃສວ່າ​ຕິດ​ໂລກລະບາດ​ຕິດ​ແປດ​ຈະ​ດຳ​ເນີນ​ການກວດ​ພະຍາດ, ​ແຍກ​ຕົວ​ອອກ ​ແລະ ນຳ​ໃຊ້​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ຢ່າງ​ທັນ​ການ​ເພື່ອ​ຈຳກັດບໍ່​ໃຫ້​ພະຍາດ​ແຜ່​ລາມ​ອອກ./.

ຂ່າວ/ບົດ​ອື່ນ