ປະກອບຄຳເຫັນໃສ່ຍຸດທະສາດສັງລວມຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່

(VOVWORLD) -ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ນັກຊ່ຽວຊານດ້ານວິຊາສະເພາະໄດ້ສະແດງຄວາມເປັນເອກະພາບສູງຄວາມຈຳເປັນກ່ຽວກັບເລື່ອງລັດຖະບານປະກາດໃຊ້ຍຸດທະສາດດັ່ງກ່າວ
ປະກອບຄຳເຫັນໃສ່ຍຸດທະສາດສັງລວມຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: VGP)

ຕອນບ່າຍວັນທີ 25 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເປັນປະທານການປະຊຸມປະກອບຄຳເຫັນໃສ່ຍຸດທະສາດສັງລວມເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນໃນສະພາບການໃໝ່.

        ທີ່ການປະຊຸມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ນັກຊ່ຽວຊານດ້ານວິຊາສະເພາະໄດ້ສະແດງຄວາມເປັນເອກະພາບສູງຄວາມຈຳເປັນກ່ຽວກັບເລື່ອງລັດຖະບານປະກາດໃຊ້ຍຸດທະສາດດັ່ງກ່າວ ເພື່ອເປັນພື້ນຖານຜັນຂະຫຍາຍໃນການນຳໃຊ້ຢ່າງເປັນເອກະພາບໃນທົ່ວປະເທດ. ບັນດາຄຳເຫັນປະກອບສຸມໃສ່ເນື້ອໃນການສັກວັກຊິນ, ວິໄຈ, ຮັບປະກັນຊີວິດສັງຄົມ… ເພື່ອແນໃສ່ຄວບຄຸມໂລກລະບາດຢ່າງມີປະສິດທິຜົນໂດຍໄວ.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ ຍຸດທະສາດຄວນຮັບປະກັນຄວາມເໝາະສົມຢ່າງມີໄຫວພິບໃນກໍລະນີໂລກລະບາດຖືກແກ່ຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ