ປະ​ກາດ​ບົດ​ລາຍ​ງານ​ດັດ​ຊະ​ນີ ປະ​ສິດ​ທິ​ຜົນ​ການ​ບໍ​ລິ​ຫານ ແລະ ການ​ປົກ​ຄອງ​ສາ​ທາ​ລະ​ນະ​ຂັ້ນ​ແຂວງ ປີ 2023

(VOVWORLD) - ຕອນເຊົ້າວັນທີ 02 ເມສາ, ຢູ່ຮ່າໂນ້ຍ, ອົງການສປຊ ເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ ໄດ້ຈັດພິທີປະກາດບົດລາຍງານດັດຊະນີປະສິດທິຜົນການບໍລິຫານ ແລະ ການປົກຄອງສາທາລະນະຂັ້ນແຂວງ ຢູ່ ຫວຽດນາມ (PAPI) 2023.
ປະ​ກາດ​ບົດ​ລາຍ​ງານ​ດັດ​ຊະ​ນີ ປະ​ສິດ​ທິ​ຜົນ​ການ​ບໍ​ລິ​ຫານ ແລະ ການ​ປົກ​ຄອງ​ສາ​ທາ​ລະ​ນະ​ຂັ້ນ​ແຂວງ ປີ 2023 - ảnh 1ທ່ານນາງ Ramla Khalidi, ຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ (ພາບ: VOV)

ກ່າວຄຳເຫັນໄຂພິທີປະກາດ, ທ່ານນາງ Ramla Khalidi, ຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ເມື່ອທຽບໃສ່ບົດລາຍງານປີ 2022, ບົດລາຍງານ PAPI ປີ 2023 ໄດ້ມີ 3 ຈຸດໃຫຍ່ທີ່ໜ້າສົນໃຈ, ໃນນັ້ນ ພົ້ນເດັ່ນທີ່ສຸດແມ່ນເລື່ອງປະຊາຊົນຕີລາຄາກິດຈະການຕ້ານການສໍ້ລາດບັງຫຼວງໃນພາກລັດມີຄວາມກ້າວໜ້າຢ່າງເຫັນໄດ້ຊັດ.

        ນອກຈາກນັ້ນແລ້ວ ແມ່ນການບໍລິຫານດ້ານເອເລັກໂຕນິກຢູ່ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ກໍເປັນຂົງເຂດທີ່ໄດ້ຮັບການຮັບຮູ້ວ່າມີຄວາມກ້າວໜ້າພໍສົມຄວນ. ອັດຕາປະຊາຊົນນຳໃຊ້ປະຕູຖານບໍລິການສາທາລະນະແຫ່ງຊາດຂອງ ຫວຽດນາມ ໃນປີ 2023 ເຖິງວ່າຍັງຢູ່ໃນລະດັບຕ່ຳ (8,3%) ກໍ່ຕາມ ແຕ່ໄດ້ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2022. ອັດຕາປະຊາຊົນປະກອບເອກະສານນຳໃຊ້ໃນປະຕູຖານບໍລິການສາທາລະນະແຫ່ງຊາດ ກໍເພີ່ມຂຶ້ນ 6,39% ປີ 2023, ເມື່ອທຽບໃສ່ 3,05% ໃນປີ 2022.

        ທີ່ພິທີປະກາດ, ອົງການ UNDP ພ້ອມດ້ວຍບັນດາຄູ່ຮ່ວມມືສາກົນ ໄດ້ເນັ້ນໜັກວ່ານີ້ແມ່ນປີທີ 15 ທີ່ອົງການ UNDP ໄດ້ສົມທົບກັບອຳນາດການປົກຄອງ ແລະ ບັນດາທ້ອງຖິ່ນ ຫວຽດນາມ ປະຕິບັດບົດລາຍງານ PAPI. ຕາມທ່ານ Andrew Goledzinowski  ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ແລ້ວ, ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງ ແລະ ຍາວນານຂອງ ຫວຽດນາມ ໃນການຮັບຟັງຄຳເຫັນຂອງປະຊາຊົນເພື່ອປົວແປງພື້ນຖານການປົກຄອງສາທາລະນະ, ເຊິ່ງເປັນສິ່ງທີ່ຫຼາຍປະເທດໃນໂລກປະຕິບັດຍັງບໍ່ທັນໄດ້ເທື່ອ.  

ຕອບກັບ

ຂ່າວ/ບົດ​ອື່ນ