ປະຊາຄົມຊາວ ຫວຽດນາມ ໜູນຊ່ວຍ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

(VOVWORLD) - ທ່ານ ຟານມິງຈຽນ ແບ່ງປັນຄວາມເຫັນອົກເຫັນໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ລາວ ບັນດາເຜົ່າອ້າຍນ້ອງ, ໂດຍສະເພາະແມ່ນອຳນາດການປົກຄອງບັນດາທ້ອງຖິ່ນ ແລະ ຄອບຄົວຜູ້ປະສົບເຄາະຮ້າຍທີ່ຖືກຜົນສະທ້ອນຈາກໄພທຳມະຊາດຜ່ານມາ
ປະຊາຄົມຊາວ ຫວຽດນາມ ໜູນຊ່ວຍ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ - ảnh 1 ພິທີມອບ - ຮັບຈຳນວນເງິນ 300 ລ້ານກີບ ເພື່ອອຸປະຖຳ, ຊ່ວຍເຫຼືອປະຊາຊົນຢູ່ບັນດາແຂວງທາງພາກເໜືອຂອງ ລາວ
(ພາບ: TTXVN)

        ວັນທີ 16 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນປະຊາຄົມຊາວ ຫວຽດນາມ ປະຈຳ ລາວ, ໂດຍທ່ານ ຟານມິງຈຽນ, ອຸປະທູດຊົ່ວຄາວ, ສະຖານທູດ ຫວຽດນາມ ປະຈຳ ລາວ ນຳໜ້າ, ໄດ້ມາຫ້ອງວ່າການນາຍົກລັດຖະມົນຕີ ລາວ ເພື່ອມອບຈຳນວນເງິນ 300 ລ້ານກີບ ເພື່ອອຸປະຖຳ, ຊ່ວຍເຫຼືອປະຊາຊົນຢູ່ບັນດາແຂວງທາງພາກເໜືອຂອງ ລາວ ທີ່ຖືກຜົນສະທ້ອນ, ເສຍຫາຍຍ້ອນພາຍຸ Yagi. ທີ່ພິທີມອບ - ຮັບ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈສະຖານທູດ ຫວຽດນາມ, ບັນດາອົງການອ້ອມຂ້າງສະຖານທູດທີ່ໄດ້ລະດົມກຳລັງໃຈ, ໜູນຊ່ວຍຢ່າງທັນການ, ເຖິງວ່າ ຫວຽດນາມ ກໍ່ພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກພາຍຸ Yagi. ສິ່ງດັ່ງກ່າວສະແດງໃຫ້ເຫັນຈິດໃຈແບ່ງທຸກແບ່ງສຸກ, ຮຽງບ່າຮຽນໄຫຼ່ໃນບໍ່ວ່າສະພາບການໃດລະຫວ່າງ ລາວ - ຫວຽດນາມ. ທ່ານກໍ່ຢືນຢັນວ່າ, ຈະສົ່ງຈຳນວນເງິນດັ່ງກ່າວໃຫ້ແກ່ປະຊາຊົນຜູ້ຖືກຜົນສະທ້ອນຈາກສະພາບນ້ຳຖ້ວມຢູ່ຫຼາຍທ້ອງຖິ່ນຂອງ ລາວ; ພ້ອມທັງມອບໃຫ້ສະມາຄົມມິດຕະພາບ ລາວ - ຫວຽດນາມ ສືບຕໍ່ຂົນຂວາຍ, ຮຽກຮ້ອງການອຸປະຖຳ, ຊ່ວຍເຫຼືອປະຊາຊົນ ລາວ ແລະ ຫວຽດນາມ.

        ສ່ວນທ່ານ ຟານມິງຈຽນ ແບ່ງປັນຄວາມເຫັນອົກເຫັນໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ລາວ ບັນດາເຜົ່າອ້າຍນ້ອງ, ໂດຍສະເພາະແມ່ນອຳນາດການປົກຄອງບັນດາທ້ອງຖິ່ນ ແລະ ຄອບຄົວຜູ້ປະສົບເຄາະຮ້າຍທີ່ຖືກຜົນສະທ້ອນຈາກໄພທຳມະຊາດຜ່ານມາ; ທ່ານເຊື່ອໝັ້ນວ່າ, ບັນດາທ້ອງຖິ່ນ, ປະຊາຊົນ ລາວ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ຮັບປະກັນການດຳລົງຊີວິດຂອງປະຊາຊົນເຂດຖືກຜົນສະທ້ອນໃຫ້ກັບຄືນສູ່ເປັນປົກກະຕິໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ