ປະຊາຄົມຊາວຫວຽດນາມ ອາໄສຢູ່ ແບນຊິກ ໂຮມຊຸມນຸນເພື່ອຄັດຄ້ານຈີນ

ປະຊາຄົມຊາວຫວຽດນາມ ອາໄສຢູ່ ແບນຊິກ ໂຮມຊຸມນຸນເພື່ອຄັດຄ້ານຈີນ - ảnh 1
ຊາວ​ຫວຽດນາມພວມ​ຮໍ່າຮຽນ ​ແລະ ດຳລົງ​ຊີວິດ​ຢູ່​ແບນ​ຊິກ
ນັບ​ຮ້ອຍ​ຄົນ ຄັດຄ້ານ​ການ​ກະທຳ​ຂອງ​ຈີນ
(ພາບ: TTXVN)


(vovworld) –  ຕອນ​ບ່າຍ​ວັນ​ທີ 23/05, ມີ​ຊາວ​ຫວຽດນາມ ພວມ​ຮໍ່າຮຽນ ​ແລະ ດຳລົງ​ຊີວິດ​ຢູ່​ແບນ​ຊິກ ນັບ​ຮ້ອຍ​ຄົນ ​ໄດ້​ເຕົ້າ​ໂຮມກັນ​ຢູ່​ຕໍ່​ໜ້າ​ສະພາ​ເອີ​ລົບ ຢູ່​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ ​ເພື່ອ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ ທີ່​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຢ່າງ​ຜິດ​ກົດໝາຍ. ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຍົກ​ປ້າຍ​ຄຳ​ຂວັນ ​ແລະ ຮ້ອງ​ໂຮຄຳ​ຂວັນ​ດ້ວຍ​ພາສາ​ຫວຽດນາມ, ອັງກິດ, ຝລັ່ງ, ​ໂຮ​ນລັງ ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, ກ່າວ​ປະນາມ​ຈີນ ລະ​ເມີດ​ກົດໝາຍ ​ແລະ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS 1982), ຢືນຢັນ​ຊາວ​ຫວຽດນາມ ຮັກຫອມ​ສັນຕິພາບ ​ແລະ ບໍ່​ຢາກມີ​ສົງຄາມ.

 ຕາງໜ້າ​​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແບນ​ຊິກ, ສາດສະດາຈານ ຫງວຽນ​ດັງ​ຮື​ງ, ອາຈານສອນ​ຢູ່ມະຫາວິທະຍາ​ໄລ Liege, ​ເຊິ່ງ​​ແມ່ນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແບນ​ຊິກ ​ເປັນ​ເວລາກວ່າ 50 ປີ ​ແລ້ວ​ໄດ້​ອ່ານ​ຈົດໝາຍ​ຮຽກຮ້ອງ​ຊາວ​ຫວຽດນາມ ​ແລະ ປະຊາຊົນ​ທຸກຊັ້ນ​ຄົນ​ທີ່ຮັກ​ຫ້ອມ​ສັນຕິພາບ​ໃນ​ໂລກຕໍ່ສູ້, ຄັດຄ້ານ​ການ​ກະທຳ​ຂອງ​ຈີນ. ສາດສະດາຈານ ຫງວຽນ​ດັງ​ຮື​ງ ​ເນັ້ນ​ໜັກ​ວ່າ ການ​ກະທຳ​ຂອງ​ຈີນ ​ໄດ້​ລະ​ເມີດ UNCLOS 1982, ​ໄປ​ຝືນ​ກັບ​ຖະ​ແຫຼງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ປີ 2002 ກໍ່​ຄື​ຄຳໝັ້ນ​ສັນຍາ 2 ຝ່າຍ​ລະຫວ່າງ 2 ປະ​ເທດ​ຫວ່າງ​ແລ້ວ​ນີ້. ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ໃຫຍ່​ຊາວ​ຫວຽດນາມ ອ​າ​ໄສ​ຢູ່​ແບນ​ຊິກ ​ໄດ້​ຝາກ​ຈົດໝາຍ ​ເຖິງ​ຄະນະ​ກຳມະການ​ເອີ​ລົບ ກ່າວ​ປະນາມ​ເລື່ອງ​ຈີນ ລະ​ເມີດ​ເຂ​ດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ