ປະຊາຄົມຊາວຫວຽດນາມຢູ່ຕ່່າງປະເທດຮ່ວມເດີນທາງພ້ອມກັບຊາດເພື່ອປົກປັກຮັກສາເຂດທະເລໝູ່ເກາະ

ປະຊາຄົມຊາວຫວຽດນາມຢູ່ຕ່່າງປະເທດຮ່ວມເດີນທາງພ້ອມກັບຊາດເພື່ອປົກປັກຮັກສາເຂດທະເລໝູ່ເກາະ - ảnh 1
ຊາວ​ຫວຽດນາມ​ຢູ່​ສະຫະພັນ​ລັດ​ເຊຍ​ສະ​ແດງ​ການ​ຄັດ​ຄ້ານ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ


(vovworld)- ວັນ​ທີ 8/6, ປະຊາ​ຄົມ​ຊາວ​ຫວຽດນາມທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ອັງກິດ ອີກເທື່ອໜຶ່ງໄດ້ມາເຕົ້າໂຮມກັນຢູ່ຕໍ່ໜ້າ ສະຖານທູດຈີນປະຈຳອັງກິດ ​ເພື່ອ​ສະ​ແດງ​ການ​ຄັດ​ຄ້ານ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ກ່າວ​ປະນາມ​ຈີນ​ລ່ວງ​ລ້ຳ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ​ຫວຽດນາມ​ຢ່າງ​ຮ້າຍ​ແຮງ. ນີ້​ແມ່ນ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ຄັ້ງ​ທີ 2 ຂອງປະຊາ​ຄົມ​ຊາວ​ຫວຽດນາມທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ອັງກິດຖືກ​ຈັດ​ຂຶ້ນ​ເພື່ອ​ຄັດຄ້ານ​ຈີນ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ກໍ​ໄດ້​ກ່າວປະນາມ​ການ​ກະທຳ​ທີ່​ໄຮ້​ມະນຸດສະທຳ​ຂອງ​ບັນດາ​ກຳ​ປັ່ນ​ຂອງ​ຈີນ​ເມື່ອ​ຕັ້ງ​ໃຈ​ຕຳ​ບັນດາ​ກຳ​ປັ່ນ​ລັດຖະການ ​ແລະ ກຳ​ປັ່ນ​ຫາ​ປາ​ຂອງ​ຊາວ​ປະມົງ​ຫວຽດນາມ​ໃຫ້​ຈົມ​ນ້ຳ ​ແລະ ຖືກ​ເປ​ເພ.

    ​ໃນ​ຂະນະ​ນັ້ນ, ກວ່າ 100.000 USD ​ແມ່ນ​ຈຳນວນ​ເງິນ​ທີ່​ຊາວ​ຫວຽດນາມ​ຢູ່​ສະຫະພັນ​ລັດ​ເຊຍ​ໄດ້​ແຜ່​ບໍລິຈາກ​ເພື່ອ​ສະໜັບ​ສະ​ໜູນ​ບັນດາ​ກຳລັງ​ປະຕິບັດ​ກົດໝາຍ​ຢູ່​ທະ​ເລ​ຂອງ​ຫວຽດນາມ. ທີ່​ພິທີ​ແຜ່​ບໍລິຈາກ​ໂດຍ​ສະຖານທູດ​ຫວຽດນາມ ສົມທົບ​ກັບ​ສະມາຄົມ​ຊາວ​ຫວຽດນາມ​ຢູ່​ສະຫະພັນ​ລັດ​ເຊຍ ຈັດ​ຂຶ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລັດ​ເຊຍ ຝ້າ​ມຊວນ​ເຊີນ ​ໄດ້​ສະຫຼຸບ​ສະພາບ​ການ​ເຄ່ັງຕຶງ ​ແລະ ການ​ຜັນ​ແປ​ທີ່​ນັບ​ມື້​ນັບ​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກນັບ​ແຕ່​ເວ​ລາ ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ທ່ານ​ກ່າວ​ວ່າ : (​ເທບ) “ ອີກ​ເທື່ອ​ໜຶ່ງ, ຂ້າພະ​ເຈົ້າ​ສະ​ເໜີ​ຊາວ​ຫວຽດນາມ​ທຸກໆ​ຄົນ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ລັດ​ເຊຍ​ຈົ່ງ​ສືບ​ຕໍ່​ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ, ໜ້າ​ທີ່​ຮັບ​ຊອບ​ຂອງ​ພົນ​ລະເມືອງ​ຫວຽດນາມ ດ້ວຍ​ບັນດາ​ການ​ກະທຳ​ທີ່​ແທດ​ຈິງ, ສຸມ​ໃສ່​ປະຕິບັດ​ບັນດາ​ໜ້າ​ທີ່​ການ​ເມືອງ, ວິຊາ​ການ, ວິຊາ​ຊີ​ບຂອງ​ຕົນ​ເປັນ​ຢ່າງ​ດີ, ​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈດຽວ​ເພື່ອ​ກໍ່ສ້າງ​ບັນດາ​ສຳນັກງານ, ປະຊາ​ຄົມ​, ຫົວໜ່ວຍ​ຕ່າງໆ. ປັບປຸງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ​ຕາມ​ຈິດ​ໃຈ “ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ” ລະຫວ່າງ​ຫວຽດນາມ​-ລັດ​ເຊຍ. ຂ້າພະເຈົ້າປະກາດປຸກລະດົມບັ້ນແຜ່ບໍລິຈາກ ເງິນເພື່ອມຸ່ງ​ໄປ​ສູ່​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ,​ ປະກອບສ່ວນ​ແບ່ງ​ເບົາຄວາມ​ຫຍຸ້ງຍາກ ​ແລະ ລະດົມກຳລັງ​ໃຈບັນດາ​ນັກຮົບ​ຕຳຫຼວດ​ທະ​ເລ ​ແລະ ກຳລັງ​ກວດກາ​ການ​ປະມົງ​ຫວຽດນາມ​ທີ່​ພວມ​ເວນຍາມ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດຫວຽດນາມ ”

ຂ່າວ/ບົດ​ອື່ນ