ປະຊາຊົນນັບໝື່ນຄົນເຂົ້າຮ່ວມພິທີໄຂງານບຸນວິຫານ ເຈີ່ນ

(VOVWORLD) -ຕອນຄ່ຳວັນທີ 01 ມີນາ (ກົງກັບວັນທີ 14 ເດືອນຈຽງໄລ່ຕາມຈັນທະປະຕິທິນ), ປະຊາຊົນນັບໝື່ນຄົນໄດ້ມາເຂດປູຊະນີຍະສະຖານວິຫານເຈີ່ນ, ຢູ່ນະຄອນ ນາມດິ້ງ, ແຂວງ ນາມດິ້ງ

ປະຊາຊົນນັບໝື່ນຄົນເຂົ້າຮ່ວມພິທີໄຂງານບຸນວິຫານ ເຈີ່ນ - ảnh 1 ປະຊາຊົນນັບໝື່ນຄົນເຂົ້າຮ່ວມພິທີໄຂງານບຸນວິຫານ ເຈີ່ນ

(ພາບ: TTXVN)

ເພື່ອເຂົ້າຮ່ວມພິທີໄຂງານບຸນຕີກາວິຫານເຈີ່ນ ລະດູບານໃໝ່ປີຈໍ 2018. ນີ້ແມ່ນ ພິທີທີ່ງານບຸນເປັນມູນເຊື້ອດ້ວຍຄວາມໝາຍພາວະນາຂໍ້ໃຫ້ປະເທດຊາດ ແລະ ປະຊາຊົນມີຄວາມຜາສຸກ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ທຸກຄົນໄດ້ຮັບແຕ່ສິ່ງດີໆ.

        ອ່ານສູນທອນພົດທີ່ພິທີໄຂງານບຸນຕີກາວິຫານເຈີ່ນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ນາມດິ້ງ ເລກ໋ວກຈິງ ໄດ້ຢືນຢັນເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງສະໄໝລາດຊະວົງເຈົ້າຊີວິດ ເຈີ່ນ ໃນປະຫວັດສາດຂອງຊາດ; ພ້ອມທັງເນັ້ນໜັກເຖິງວັດທະນະທຳ, ການເຫຼື້ອມໄສເຊື່ອຖືທີ່ເປັນເອກະລັກສະເພາະຂອງພິທີງານບຸນຕີກາ. ໄຂງານບຸນ, ແຈກຢາຍກາປະທັບວິຫານ ເຈີ່ນ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນບັນດາບຸນຄຸນຂອງບັນດາເຈົ້າຊີວິດເຈີ່ນ ແລະ ນັກວິລະຊົນຂອງຊາດ ເຈີ່ນຮືງດ້າວ… ຜ່ານນັ້ນ, ກໍ່ປຸກກລະດົມໃຫ້ພະນັກງານ, ປະຊາຊົນໃນແຂວງ, ໂດຍສະເພາະແມ່ນລຸ້ນໜຸ່ມພະຍາຍາມຮ່ຳຮຽນ, ອອກແຮງງານ, ອຸດທິດສ່ວນຄວາມສາມາດບົ່ມຊ້ອນ, ພູມປັນຍາ ແລະ ກຳລັງເຫື່ອແຮງຂອງຕົນໃຫ້ແກ່ການພັດທະນາຂອງບ້ານເກີດເມືອງນອນ, ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ