ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງຈີນປະຕິບັດຄຳສັ່ງຫ້າມຫາປາ

ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງຈີນປະຕິບັດຄຳສັ່ງຫ້າມຫາປາ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ງິ
(ພາບ: ອິນເຕີແນດ)

(vovworld) – ​ວັນ​ທີ 15/5, ຕອບ​ຄຳ​ຖານ​ກ່ຽວ​ກັບປະຕິກິລິຍາ​ຂອງ​ຫວຽດນາມ​ ຕໍ່​ເລື່ອງ​ຈີນ ​ປະຕິບັດ​ຄຳ​ສັ່ງ​ຫ້າມ​ຫາ​ປາຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2013 ນັບ​ແຕ່​ເວລາ 12 ​ໂມງ ວັນ​ທີ 16/5/2013 ​ເຖິງ 12 ​ໂມງ ວັນ​ທີ 11/8/2013 ​ໃນ​ບໍລິ​ເວນ ລວມມີ​ເຂດ​ທະ​ເລ​ຈຳນວນ​ໜຶ່ງ​ຂອງ​ຫວຽດນາມ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ງິ ຊີ້​ແຈ້ງວ່າ:

“​ເລື່ອງ​ຈີນ ​ປະຕິບັດ​ຄຳ​ສັ່ງ​ຫ້າມ​ຫາ​ປາຢູ່​ທະ​ເລ​ຕາ​ເວັນ​ອອກໃນ​ບໍລິ​ເວນ ລວມມີ​ເຂດ​ທະ​ເລ​ຈຳນວນ​ໜຶ່ງ​ຂອງ​ຫວຽດນາມພຽງ​ຝ່າຍ​ດຽວ ​ແມ່ນ​ການລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ​ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ, ສິດ​ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ຂອງ​ຫວຽດນາມ ​ສຳລັບ​ເຂດ​ເສດ​ທະ​ກິດ​ພິ​ເສດ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຕາມ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ບໍ່​ເໝາະ​ສົມ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC).

ຫວຽດນາມ​ຄັດຄ້ານ ​ແລະ ຖື​ວ່າ​ຂໍ້​ຕົກລົງ​ພຽງ​ຝ່າຍ​ດຽວ​ດັ່ງກ່າວ​ຂອງ​ຈີນ​ແມ່ນ​ບໍ່​ມີ​ຄູນ​ຄ່າ“

ຂ່າວ/ບົດ​ອື່ນ