ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ອວຍພອນວັນຊາດ ລາວ

(VOVWORLD) -ຕອນເຊົ້າວັນທີ 01 ທັນວາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 42 ປີແຫ່ງ ສປປ.ລາວ (02/12/1975 – 02/12/2017),
ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ອວຍພອນວັນຊາດ ລາວ - ảnh 1 ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ອວຍພອນວັນຊາດ ລາວ (ພາບອິນເຕີແນັດ)

ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທ່ງຟອງ ໄດ້ມາອວຍພອນທ່ານ ສົມໄຊ ຊະນະມູນ ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສປປ.ລາວ ປະຈຳ ນະຄອນ ໂຮ່ຈີມິນ. ນະທີ່ນີ້, ທ່ານ ຫງວຽນແທ່ງຟອງ ຢືນຢັນວ່າ: ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດໃນໄລຍະຜ່ານມາ ຍາມໃດກໍ່ໝັ້ນຄົງແໜ້ນແຟ້ນນັບມື້ນັບພັດທະນາດີງາມ. ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທ່ງຟອງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ນະຄອນຈະມີຂໍ້ຕົກລົງ, ການລົງນາມຮ່ວມມືກັບບັນດາທ້ອງຖິ່ນຂອງ ລາວ.

        ສ່ວນທ່ານ ສົມໄຊ ຊະນະມູນ ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສປປ.ລາວ ປະຈຳ ນະຄອນ ໂຮ່ຈີມິນ ເຫັນດີເປັນເອກະພາບ ຈະສືບຕໍ່ຊຸກຍູ້ເພີ່ມທະວີການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ລາວ, ກໍ່ຄືຂຸດຄົ້ນບັນດາຂົງເຂດ ຊຶ່ງ 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃຫ້ເປັນຢ່າງດີ.

 

ຕອບກັບ

ຂ່າວ/ບົດ​ອື່ນ