ປະທານຄະນະກຳມະການປະຊາຊົນຮ່າໂນ້ຍພົບປະເຈລະຈາກັບນາຍົກລັດຖະມົນຕີຝລັ່ງ

(VOVWORLD) -ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕອນຄ່ຳວັນທີ 03 ພະຈິກ, ທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe ມີການພົບປະເຈລະຈາກັບທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ.

ປະທານຄະນະກຳມະການປະຊາຊົນຮ່າໂນ້ຍພົບປະເຈລະຈາກັບນາຍົກລັດຖະມົນຕີຝລັ່ງ - ảnh 1ທ່ານປະທານຄະນະກຳມະການປະຊາຊົນຮ່າໂນ້ຍຫງວຽນດຶກຈູງ ພົບປະເຈລະຈາກັບນາຍົກລັດຖະມົນຕີຝລັ່ງ

(ພາບ:kinhtedothi.vn)

ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ ກໍ່ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe ແລະ ບັນດາສະມາຊິກໃນຄະນະຊາບກ່ຽວກັບບັນດາໝາກຜົນການຮ່ວມມືຂອງຮ່າໂນ້ຍ ກັບບັນດານະຄອນ ແລະ ວິສາຫະກິດຂອງຝລັ່ງ ໃນໄລຍະຜ່ານມາ. ຮ່າໂນ້ຍ ໄດ້ລົງນາມແຮກສ່ຽວກັບເຂດ Ile-de-France ແລະ ນະຄອນ Toulouse ຂອງຝລັ່ງ, ຈາກນັ້ນມີການພົວພັນຮ່ວມມືຫຼາຍດ້ານໃນບັນດາຂົງເຂດວັດທະນະທຳ, ການທ່ອງທ່ຽວ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານສາທານະລະສຸກ. ປະຈຸບັນ, ມີ 102 ນັກລົງທຶນຂອງຝລັ່ງ ພວມລົງທຶນໃນບັນດາໂຄງການຢູ່ຮ່າໂນ້ຍ ດ້ວຍຈຳນວນທຶນຂຶ້ນເຖິງເກືອບ 300 ລ້ານເອີໂລ.

        ສ່ວນທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe ແບ່ງປັນວ່າ, ທ່ານນັບຖືຄວາມມານະພະຍາຍາມຂອງຮ່າໂນ້ຍ ໃນການຮັກສາ ແລະ ເຊີດຊູບັນດາຄຸນຄ່າດ້ານວັດທະນະທຳ; ຄຸນນະພາບໃນການດຳລົງຊີວິດນັບມື້ນັບສູງຂອງປະຊາຊົນນະຄອນຫຼວງ. ນີ້ກໍ່ແມ່ນເງື່ອນໄຂເພື່ອດຶງດູດບັນດານັກລົງທຶນຝລັ່ງ ມາຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ